ກອງປະຊຸມສາກົນທາງດ້ານເສດຖະສາດ ແລະ ບໍລິຫານທຸລະກິດ ຄັ້ງທີ 8 ປະຈຳປີ 2025 (ISEBM2025)

ວັນທີ 12 ທັນວາ 2025 ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມະຫາວິທະຍາໄລສຸພານຸວົງ ໄດ້ຮ່ວມມືກັບ ມະຫາວິທະຍາໄລນະຄອນປະຖົມ ປະເທດໄທ ແລະ ມະຫາວິທະຍາໄລຈາກຕ່າງປະເທດອື່ນໆ. ຈັດກອງປະຊຸມສາກົນທາງດ້ານເສດຖະສາດ ແລະ ບໍລິຫານທຸລະກິດ ຄັ້ງທີ 8 ປະຈຳປີ 2025 (ISEBM2025) ພາຍໃຕ້ຫົວຂໍ້ ການຈັດການເພື່ອການພັດທະນາໃນຍຸກປັນຍາປະດິດ, ເຊິ່ງມີນັກຄົ້ນຄວ້າຂຶ້ນນຳສະເໜີບົດຄົ້ນຄວ້າ ຈຳນວນ 48 ຫົວຂໍ້.

#ຄະນະເສດຖະສາດ ແລະ ການທ່ອງທ່ຽວ

#ມະຫາວິທະຍາໄລສຸພານຸວົງ

#ISEBM8

ໂຄງການແບ່ງປັນນໍ້າໃຈສູ່ນ້ອງໃນເຂດຊົນນະບົດ ພາກວິຊາເສດຖະສາດ ຄສທ

ວັນທີ 18 ທັນວາ 2025 ຜ່ານມາ ທາງພສກວິຊາເສດຖະສາດ, ຄະນະເສດຖະສາດ ແລະ ການທ່ອງທ່ຽວ ສົມທົບກັບ ສະຫະພັນກໍາມະບານ ມະຫາວິທະຍາໄລສຸພານຸວົງ ແລະ ມູນລະນິທິ ແມ່ ວັນເພັງ ສົມສະໝອນ ໄດ້ປະຕິບັດ “ໂຄງການແບ່ງປັນນໍ້າໃຈສູ່ນ້ອງໃນເຂດຊົນນະບົດ” ທີ່ໂຮງຮຽປະຖົມ ແລະ ມັດທະຍົມ ພູຊ້າງ, ເມືອງຊຽງເງິນ ແຂວງຫຼວງພະບາງ. ເຊິ່ງໂຄງການດັ່ງກ່າວໄດ້ອຸປະຖໍາທາງດ້ານອຸປະກອນຮັບໃຊ້ການຮຽນ-ການສອນ ໃຫ້ຫ້ອງການ, ຄູອາຈານ, ແລະ ນັກຮຽນ ເຊັ່ນ: ຄອມພິວເຕີ, ເຈ້ຍ, ປື້ມ, ບິກ, ສໍ ແລະ ອຸປະກອນຕ່າງໆ, ລວມມູນຄ່າ 36,000,000 ກີບ.