Home

Faculty of Economics and Tourism

ຄະນະເສດຖະສາດ
ແລະ ການທອ່ງທ່ຽວ

ເປີດໂອກາດຮຽນຮູ້ ພັດທະນາທັກສະ ແລະ ສ້າງເສັ້ນທາງອາຊີບທີ່ມັ່ນຄົງ, ສ້າງ ແລະ ພັດທະນາບຸກຄະລາກອນຮັບໃຊ້ວຽກງານທາງເສດຖະສາດ ເສດຖະກິດ ນັກບໍລິຫານທຸລະກິດ ການທ່ອງທ່ຽວ ແລະ ໂຮງແຮມ.

ວິໄສທັດ

“ພັດທະນາການ ສານສຳພັນມິດປະຊາ ອະນາຄົດອັນສົດໃສ”

ຄຳຂວັນ

“ຝຶກຝົນຫຼໍ່ຫຼອມ ຖະໜອມຄວາມກ້າວໜ້າ ຫ້າວຫັນໝັ້ນຍືນ ບຸກບືນກ້າວໜ້າ ພາລະສືບຕໍ່ ບໍ່ເຈັບບໍ່ຈົນ”

ຫຼັກສູດການຮຽນ-ການສອນ

ຄະນະເສດຖະສາດ ແລະ ການທ່ອງທ່ຽວມີຫຼັກສູດການຮຽນການສອນທັງໝົດ 16 ຫຼັກສູດ. 

Faculty of Economics and Tourism

ຄະນະເສດຖະສາດ ແລະ ການທ່ອງທ່ຽວ

ຄະນະເສດຖະສາດ ແລະ ການທ່ອງທ່ຽວໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 11 ຕຸລາ 2007 ເປັນຄະນະທີສັງກັດໃນໂຄງປະກອບກົງຈັກດ້ານວິຊາການຂອງມະຫາວິທະຍາໄລ ສຸພານຸວົງ ຕາມຂໍ້ຕົກລົງ ຂອງລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຄະນະ ເສດຖະສາດ ແລະ ການທ່ອງທ່ຽວ ສະບັບ ເລກທີ 4252 ລົງວັນທີ 7 ພະຈິກ 2011, ມາຮອດປະຈຸບັນ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມີຫຼັກສູດການຮຽນການສອນ ດັງນີ້:

ຈັດຕັ້ງປະຕິບັດການຮຽນການສອນ
1 ປີ
ຈົບການສຶກສາຈາກ ຄສທ
1 ຄົນ

ພາລະກິດຫຼັກ

ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມີພາລະກິດຫຼັກດັ່ງນີ້:

01

ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ໃນສາຂາວິຊາທີ່ກ່ຽວຂ້ອງກັບຂົງເຂດທຸລະກິດ-ສັງຄົມ ເພື່ອຕອບສະໜອງໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.

02

ເປັນແຫຼ່ງເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດທີ່ມີປະໂຫຍດຕໍ່ການພັດທະນາເສດຖະກິດ-ສັງຄົມ.

03

ປົກປັກຮັກສາ ແລະ ເສີມຂະຫຍາຍສິລະປະ, ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ປະຊາຊົນບັນດາເຜົ່າ ຄຽງຄູ່ກັບການສຶກສາຮ່ຳຮຽນ, ແລກປ່ຽນປະສົບການ ແລະ ຮັບເອົາວັດທະນະທຳສັງຄົມຢ່າງມີການເລືອກເຟັ້ນ.

04

ຈັດຕັ້ງການບໍລິການທາງວິຊາການເພື່ອຮັບໃຊ້ສັງຄົມ.

To The Journey Ahead

ສຶກສາຕໍ່ທີ່ ຄະນະເສດຖະສາດ ແລະ ການທ່ຽວທ່ຽວ

ສະພາບແວດລ້ອມການຮຽນທີ່ດີ

ຫ້ອງຮຽນທີ່ສະດວກສະບາຍ, ຫ້ອງອ່ານໃນຄະນະວິຊາ, ແລະ ພື້ນທີ່ການຮຽນຮູ້ທີ່ສ້າງສັນ, ພວກເຮົາສະໜັບສະໜູນການພັດທະນາດ້ານວິຊາການ, ການເຝິກອົບຮົມທັກສະພິເສດ, ແລະ ເຄືອຂ່າຍສິດເກົ່າທີ່ເຂັ້ມແຂງ.

ກິດຈະກຳນັກສຶກສາ

ນອກຈາກການຮຽນດ້ານວິຊາສະເພາະ ນັກສຶກສາຍັງຈະໄດ້ຮ່ວມກິດຈຳກຳທີ່ຫຼາກຫຼາຍບໍ່ວ່າຈະເປັນ ກີດຈະກຳກິລາ ໂຄງການແລກປ່ຽນທັງພາຍໃນ ແລະ ສາກົນ ເພື່ອພັດທະນາທັກສະຮອບດ້ານ.

ໂອກາດການຝຶກງານ

ຄະນະເສດຖະສາດ ແລະ ການທ່ອງທ່ຽວທີການຮ່ວມມືກັບບໍລິສັດຊັ້ນນຳ ບັນດາພະແນກການຂອງລັດ ໃນພາກເໜືອ ແລະ ນະຄອນຫຼວງວຽງຈັນ ເພື່ອເພື່ອໃຫ້ນັກສຶກສາໄດ້ສຳພັດກັບການເຮັດວຽກຕົວຈິງ ກ່ອນຈົບການສຶກສາ.

ໂຄງການຝຶກອົບຮົມ ແລະ ສຳມະນາວິຊາການ​

ທີ່ ຄສທ ມີການຈັດຝຶກອົບຮົມຂຶ້ນເປັນປະຈຳ ຈາກຜູ້ສະໜັບສະໜູນທຶນໂຄງການເຊັ່ນ: ໂຄງການຂອງສູນເກົາຫຼີສຶກສາ ແລະ ໂຄງການ ENCORE.

ໂຄງການແລກປ່ຽນພາຍໃນ ແລະ ຕ່າງປະເທດ

ການແລກປ່ຽນລະຫວ່າງນັກສຶກສາ ແລະ ອາຈານພາຍໃນ ແລະ ຕ່າງປະເທດ ໂຄງການປະຕິບັດງານຮ່ວມກັບບໍລິສັດ ແລະ ອົງການຕ່າງໆໃນທ້ອງຖິ່ນ ແລະ ພາຍນອກປະເທດ.

ໂຄງການທັດສະນະສຶກສາ

ການແຂ່ງຂັນກິລາ

ການແຂ່ງຂັນສິລະປະ

ຕະຫຼາດນັດນັກສຶກສາ

ເລືອກເຂົ້າຮຽນທີ່ ຄະນະເສດຖະສາດ ແລະ ການທ່ອງທ່ຽວ

ນັກຮຽນຈະໄດ້ຮຽນຮູ້ກ່ຽວກັບການວາງແຜນ, ການພັດທະນາເສດຖະກິດທ້ອງຖິ່ນ, ການຄຸ້ມຄອງທຸລະກິດ, ການທ່ອງທ່ຽວ ແລະ ການໂຮງແຮມ. 

Faculty of Economics and Tourism

ຫຼັກສູດການໃນ ຄະນະເສດຖະສາດ ແລະ ການທ່ອງທ່ຽວ

ໃນຄະນະເສດຖະສາດ ແລະ ການທ່ອງທ່ຽວ ປະຈຸບັນໄດ້ດຳເນີນການຮຽນການສອນທັງໝົດ 16 ຫຼັກສູດເຊິ່ງປະກອບໄປດ້ວຍ ປະລິນຍາຕີພາກປົກກະຕິ 11 ຫຼັກສູດ, ຕໍ່ເນື່ອງປະລິນຍາຕີ 4 ຫຼັກສູດ ແລະ ປະລິນຍາໂທ 2 ຫຼັກສູດ ດັ່ງນີ້:

our course

ຫຼັກສູດການຮຽນລະດັບປະລິນຍາຕີ

ເສດຖະສາດ

ສ້າງນັກເສດຖະສາດໃຫ້ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດທາງດ້ານວິຊາການເສດຖະສາດ ສາມາດນຳໃຊ້ທິດສະດີ ແລະ ນະໂຍບາຍ ເຂົ້າໃນການວິເຄາະ, ຄົ້ນຄວ້າວິໄຈ ແລະ ແກ້ໄຂບັນຫາຕ່າງໆໄດ້ຢ່າງຖືກຕ້ອງເຫມາະສົມ.

ການຄ້າສາກົນ

Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.

ບໍລິຫານທຸລະກິດທົ່ວໄປ

ສ້າງນັກບໍລິຫານຍຸກໃຫມ່ໃຫ້ມີວິໄສທັດກວ້າງໄກ ນໍາຍຸກສະໄໝ ປະກອບການໃຫ້ສອດຄ່ອງ ບໍລິຫານໃຫ້ຖືກຕ້ອງ ເພື່ອພັດທະນາປະເທດຊາດແບບຍືນຍົງ.

ທຸລະກິດລະຫວ່າງປະເທດ

ສ້າງນັກວິຊາການດ້ານການຄ້າທີ່ເຂັ້ມແຂງ ແຮງງານທີ່ມີສີມື ສື່ສານເສດຖະກິດ ເປັນມິດກັບສາກົນ.

ທຸລະກິດໄອທີ

ສ້າງນັກບໍລິຫານໃນການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ປະກອບການຢ່າງມືອາຊີບ ເພື່ອພັດທະນາຕາມຍຸກສະໄຫມ.

ບໍລິຫານການທ່ອງທ່ຽວ

ສ້າງນັກວິຊາການດ້ານການຄົ້ນຄວ້າ, ການວາງງແຜນ, ການບໍລິຫານ ແລະ ລົງເລິກການບໍລິການດ້ານການທ່ອງທ່ຽວ, ສ້າງລາຍໄດ້ຫລັກໃຫ້ແກ່ລະບົບເສດຖະກິດ ປະເທດຊາດພັດທະນາລ້ຳຍຸກສະໄຫມ.

ການໂຮງແຮມ

ສ້າງນັກວິຊາການດ້ານການຄົົ້ນຄວ້າ, ການວາງແຜນ, ການບໍລິຫານ ແລະ ລົງເລິກການບໍລິການດ້ານການໂຮງແຮມ, ສ້າງລາຍໄດ້ຫຼັກໃຫ້ແກ່ລະບົບເສດຖະກິດ ປະເທດຊາດພັດທະນາລໍ້າຍຸກສະໄຫມ.

ການເງິນ-ການທະນາຄານ

ສ້າງນັກການເງິນທີ່ດີ, ນຳສັງຄົມພັດທະນາ, ເສດຖະກິດກ້າວໄກ, ປະເທດຊາດພັດທະນາແບບຍືນຍົງ.

ການບັນຊີ

ສ້າງນັກວິຊາການ, ພະນັກງານ ແລະ ຜູ້ບໍລິຫານທີ່ມີຄວາມຮູ້ຄວາມສາມາດໂດຍສະເພາະຄວາມຮູ້ທາງດ້ານການບັນຊີ, ພາຍໃຕ້ການປ່ຽນແປງທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ.

Cooperation

ການພົວພັນຮ່ວມມື

ຄະນະເສດຖະສາດ ແລະ ການທ່ອງທ່ຽວ ໄດ້ມີການຮ່ວມມືທາງວິຊາການທັງພາຍໃນ ແລະ ຕ່າງປະເທດ ໂດຍມີ 4 ເປົ້າຫມາຍຫລັກ ຄື: 1) ການພັດທະນາຊັບພະຍາກອນມະນຸດລວມມີການແລກປ່ຽນພະນັກງານ-ອາຈານ ແລະ ນັກສຶກສາ, 2) ການຄົ້ນຄວ້າວິທະຍາສາດ, 3) ການຈັດສຳມະນາ ຫລື ການເຜີຍແຜ່ຜົນງານວິຊາການ, 4) ການແລກປ່ຽນສື່ການຮຽນການສອນ ແລະ ບັນດາກິດຈະກຳທີ່ເຫັນວ່າສອດຄ່ອງຕາມແນວທາງນະໂຍບາຍຂອງລັດຖະບານ ແລະ ເປັນປະໂຫຍດແກ່ທຸກຝ່າຍ.

Latest News

ຂ່າວສານ & ບົດຄວາມ