Master of Business Administration Program in Business Management
ຫຼັກສູດປະລິນຍາໂທ ສາຂາການບໍລິຫານທຸລະກິດ
ຊື່ຫຼັກສູດ
ພາສາລາວ: ຫລັກສູດປະລິນຍາໂທ ບໍລິຫານທຸລະກິດ ສາຂາ ການບໍລິຫານທຸລະກິດ
ພາສາອັງກິດ: Master of Business Administration Program in Business Management
ຊື່ປະກາສະນິຍະບັດ
ພາສາລາວ: ປະລິນຍາບໍໂທລິຫານທຸລະກິດ ສາຂາ: ການບໍລິຫານທຸລະກິດ
ຊື່ຫຍໍ້ພາສາລາວ: ປທ.ບທກ.
ພາສາອັງກິດ: Master of Business Administration in Business Management
ຊື່ຫຍໍ້ພາສາອັງກິດ: MBA.BM
ປັດສະຍາ
ກະແສໂລກາພິວັດ ແລະ ການກ້າວສູ່ປະຊາຄົມເສດຖະກິດອາຊຽນ ແມ່ນໄດ້ສົ່ງຜົນເຮັດໃຫ້ ສປປ ລາວ ເກີດການປ່ຽນແປງຢ່າງໄວວາ ບໍ່ວ່າຈະເປັນດ້ານເສດຖະກິດ, ສັງຄົມ ແລະ ເຕັກໂນໂລຊີ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງມີການປັບປຸງ ແລະ ພັດທະນາບຸກຄະລາກອນຂອງປະເທດໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະໃນການບໍລິຫານຈັດການໃນຫົວໜ່ວຍທຸລະກິດ, ອົງການຈັດຕັ້ງ ແລະ ບັນດາໂຄງການຕ່າງໆ ທັງພາກລັດ ແລະ ເອກະຊົນ ເພື່ອຕອບສະໜອງຕໍ່ການປ່ຽນແປງ, ການພັດທະນາ ແລະ ການແຂ່ງຂັນທາງທຸລະກິດໃຫ້ມີປະສິດທິພາບ ແລະ ຍືນຍົງ. ໂດຍສະເພາະ ຫລັກສູດນີ້ ໄດ້ແນໃສ່ການສ້າງບຸກຄະລາກອນ ໃຫ້ກາຍເປັນນັກບໍລິຫານແບບມືອາຊີບ, ມີຈະລິຍະທຳ, ມີຄວາມຮັບຜິດຊອບຕໍ່ສັງຄົມ, ມີຄຸນສົມບັດ ແລະ ມີວິໄສທັດທີ່ກ້ວາງໄກ. ນອກນັ້ນ, ຍັງຕ້ອງມີສັກກະຍະພາບທາງດ້ານການບໍລິຫານ, ການດຳເນີນງານທາງທຸລະກິດ ແລະ ສ້າງໃຫ້ມີຄວາມພ້ອມເພື່ອເຂົ້າສູ່ພາວະການແຂ່ງຂັນຂອງທຸລະກິດໃນປັດຈຸບັນ ແລະ ອານາຄົດ.
ຈຸດປະສົງຂອງຫຼັກສູດ
1. ສ້າງນັກວິຊາການດ້ານການບໍລິຫານທຸລະກິດ ໃຫ້ມີຄວາມສອດຄ່ອງ ແທດເໝາະກັບສະພາບການປ່ຽນແປງທາງເສດຖະກິດ ແລະ ສັງຄົມຂອງໂລກ.
2. ສ້າງຜູ້ສຶກສາໃຫ້ກາຍເປັນບຸກຄະລາກອນທີ່ມີຄຸນສົມບັດ, ມີຄວາມຮູ້ ແລະ ຄວາມສາມາດໃນການແຂ່ງຂັນ ແລະ ປະຕິບັດໜ້າທີ່ວຽກງານຢ່າງມີປະສິດທິພາບ ແລະ ສອດຄ່ອງຕາມກົນໄກການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດ.
3. ສ້າງຜູ້ສຶກສາໃຫ້ກາຍເປັນຜູ້ບໍລິຫານ ແລະ ຜູ້ປະກອບການ ທີ່ມີລະບຽບວິໄນ,ມີທັດສະນະຄະຕິທີ່ຖືກຕ້ອງ ແລະ ເໝາະສົມ, ມີແນວຄິດສ້າງສັນ, ມີຈັນຍາບັນຕໍ່ໜ້າທີ່ວຽກງານ ແລະ ມີຄວາມຮັບຜິດຊອບຕໍ່ກັບສັງຄົມ.
4. ຜູ້ສຶກສາຈະໄດ້ພັດທະນາຕົນເອງໃຫ້ມີຄວາມສາມາດໃນການຂຽນແຜນທຸລະກິດ, ການຄົ້ນຄ້ວາວິທະຍາສາດໃນການບໍລິຫານທຸລະກິດ, ການບໍລິຫານອົງກອນ, ການບໍລິຫານໂຄງການ ແລະ ການບໍລິຫານການຕະຫຼາດອື່ນໆ.
ໄລຍະເວລາການຮຽນ
ໄລຍະເວລາຮຽນທັງໝົດ 2 ປີ ແລະຮັບນັກສຶກສາທັງໝົດປະມານ 20 ຄົນຕໍ່ປີ, ໄລຍະເວລາເລີ່ມຮຽນ ເດືອນຕຸລາ ຂອງທຸກໆປີ, ຮຽນ ວັນເສົາ-ອາທິດ.
ເງື່ອນໄຂຂອງຜູ້ເຂົ້າສຶກສາ
ຜູ້ທີ່ເຂົ້າສຶກສາໃນຫຼັກສູດລະດັບປະລິນຍາໂທ ຕ້ອງມີເງື່ອນໄຂດັ່ງນີ້:
ໂດຍອີງຕາມຂໍ້ກຳນົດວ່າດ້ວຍເງື່ອນໄຂຂອງຜູ້ສຶກສາເຂົ້ານັກສຶກສາກ່ຽວກັບນິຕິກຳກ່ຽວກັບວຽກງານວິຊາການຂອງມະຫາວິທະຍາໄລ ສຸພານຸວົງ ແລະ ມາດຖານຫລັກສູດແຫ່ງຊາດວາງອອກເປັນຫລັກ. ນອກນັ້ນ, ຜູ້ທີ່ຈະເຂົ້າສຶກສາຈະຕ້ອງມີເງື່ອນໄຂສະເພາະຄື: ຕ້ອງເປັນຜູ້ສໍາເລັດການຮຽນລະດັບປະລິນຍາຕີ ຫລື ທຽບເທົ່າໃນສາຂາວິຊາສະເພາະທີ່ກ່ຽວຂ້ອງ (ເຊັ່ນ: ບໍລິຫານທຸລະກິດ, ທຸລະກິດໄອທີ, ການຕະຫລາດ, ທຸລະກິດລະຫວ່າງປະເທດ,ການຄ້າສາກົນ/ການຄ້າລະຫວ່າງປະເທດ, ການເງິນ, ການບັນຊີ, ການທະນາຄານ, ເສດຖະສາດ, ການທ່ອງທ່ຽວ ແລະ ການໂຮງແຮມ).
4.ສໍາລັບນັກສຶກສາທີ່ສໍາເລັດການສຶກສາລະດັບປະລິຍາຕີ ຫຼື ທຽບເທົ່າທີ່ເປັນສາຂາບໍ່ກ່ຽວຂ້ອງຕ້ອງໄດ້ ລົງທະບຽນຮຽນໝວດຄວາມຮູ້ພື້ນຖານທີ່ຈໍາເປັນ ເຊິ່ງບໍ່ໄດ້ລວມຈໍານວນໜ່ວຍກິດ ແລະ ຄ່າລົງທະບຽນຮຽນຢູ່ໃນຫຼັກສູດ (ກໍລະນີມີໜ້ອຍຄົນສະໝັກເຂົ້າຮຽນ ແມ່ນຈະຄິດໄລ່ຄ່າແຮງງານຜູ້ສອນເປັນໜ່ວຍກິດ) ເຊິ່ງມີລາຍອຽດດັ່ງຕາຕະລາງລຸ່ມນີ້:
ກ. ວິຊາກຽມຄວາມຮູ້ພື້ນຖານ
ລ/ດ | ລາຍວິຊາ | ໜ່ວຍກິດ | ທິດສະດີ | ປະຕິບັດ | ລວມ |
---|---|---|---|---|---|
1 | ຫລັກເສດຖະສາດ | 3 | 2 | 2 | 64 |
2 | ຫລັກການຕະຫລາດ | 3 | 2 | 2 | 64 |
3 | ຫລັກການບັນຊິ | 3 | 2 | 2 | 64 |
4 | ທຸລະກິດເບື້ອງຕົ້ນ | 3 | 2 | 2 | 64 |
5 | ສະຖິຕິພື້ນຖານ | 3 | 2 | 2 | 64 |
ລວມ | 15 | 10 | 10 | 320 |
ເນື້ອໃນໂຄງສ້າງຫຼັກສູດ
ການກຳນົດໜ່ວຍກິດ ເຂົ້າໃນຫຼັກສູດ ຫຼັກສູດໄດ້ແບ່ງອອກເປັນ 3 ໝວດວິຊາຄື:
- ໝວດວິຊາບັງຄັບ 30 ໜ່ວຍກິດ.
- ໝວດວິຊາເລືອກ 4 ໜ່ວຍກິດ.
- ວິທະຍານິພົນ 18 ໜ່ວຍກິດ.
ລວມ 52 ໜ່ວຍກິດ.
ຂ. ວິຊາບັງຄັບ (13 ວິຊາ, 30 ໜ່ວຍກິດ)
ລ/ດ | ລະຫັດວິຊາ | ລາຍວິຊາ | ໜວຍກິດ | ທິດສະດີ | ປະຕິບັດ | ລວມ |
---|---|---|---|---|---|---|
1 | MBA1101 | ການເມືອງ ແລະ ເສດຖະກິດ ຂອງສປປ ລາວ | 3 | 2 | 2 | 64 |
2 | MBA1102 | ທຸລະກິດລະຫວ່າງປະເທດ | 3 | 2 | 2 | 64 |
3 | MBA1103 | ຫລັກການບັນຊິສຳລັບຜູ້ບໍລິຫານ | 3 | 2 | 2 | 64 |
4 | MBA1104 | ເຕັກໂນໂລຊີຂໍ້ມູນຂ່າວສານທາງທຸລະກິດ | 3 | 2 | 2 | 64 |
5 | MBA1105 | ການບໍລິຫານການຕະຫລາດຍຸກໃໝ່ | 3 | 2 | 2 | 64 |
6 | MBA1106 | ການບໍລິຫານການເງິນສຳລັບຜູ້ບໍລິຫານ | 3 | 2 | 2 | 64 |
7 | MBA1107 | ການບໍລິຫານຊັບພະຍາກອນມະນຸດ ແລະພາວະຜູ້ນຳ | 3 | 2 | 2 | 64 |
8 | MBA1108 | ການບໍລິຫານການດຳເນີນງານການຜະລິດ ແລະ ບໍລິການ | 3 | 2 | 2 | 64 |
9 | MBA1109 | ການບໍລິຫານຍຸດທະສາດທາງທຸລະກິດ | 3 | 2 | 2 | 64 |
10 | MBA1110 | ການເປັນຜູ້ປະກອບການ - ການສ້າງທຸລະກິດໃໝ່ | 3 | 2 | 2 | 64 |
ລວມ | 30 | 640 |
ຄ. ວິຊາເລືອກ (ເລືອກ 2 ວິຊາ, 4 ໜ່ວຍກິດ)
ລ/ດ | ລະຫັດວິຊາ | ລາຍວິຊາ | ໜວຍກິດ | ທິດສະດີ | ປະຕິບັດ | ລວມ |
---|---|---|---|---|---|---|
1 | MBA1201 | ພາສາອັງກິດສຳລັບການສື່ສານທາງທຸລະກິດ | 2 | 2 | 0 | 32 |
2 | MBA1202 | ການບໍລິຫານໂຄງການ | 2 | 2 | 0 | 32 |
3 | MBA1203 | ການບໍລິຫານອົງກອນ | 2 | 2 | 0 | 32 |
4 | MBA1204 | ຍຸດທະສາດ ແລະ ການພັດທະນາການທ່ອງທ່ຽວ | 2 | 2 | 0 | 32 |
5 | MBA1205 | ພຶດຕິກຳຂອງຜູ້ບໍລິໂພກ ແລະ ການຕັດສິນໃຈ | 2 | 2 | 0 | 32 |
6 | MBA1206 | ການວິເຄາະການລົງທຶນ | 2 | 2 | 0 | 32 |
7 | MBA1207 | ການສື່ສານທາງການຕະຫຼາດ ແລະ ການໂຄສະນາ | 2 | 2 | 0 | 32 |
8 | MBA1208 | ຊົນນະບົດ ແລະ ການພັດທະນາແບບຍຶນຍົງ | 2 | 2 | 0 | 32 |
9 | MBA1209 | ການຕະຫຼາດລະຫວ່າງປະເທດ | 2 | 2 | 0 | 32 |
10 | MBA1210 | ເສດຖະກິດໂລກ | 2 | 2 | 0 | 32 |
11 | MBA1211 | ອາຊຽນສຶກສາ | 2 | 2 | 0 | 32 |
12 | MBA1212 | ການບໍລິຫານກຸ່ມຫລັກຊັບ ແລະ ຄວາມສ່ຽງ | 2 | 2 | 0 | 32 |
13 | MBA1213 | ການບໍລິຫານຕ່ອງໂສ້ການສະໜອງ | 2 | 2 | 0 | 32 |
14 | MBA1214 | ກົດໝາຍ ແລະ ນະໂຍບາຍເສດຖະກິດ | 2 | 2 | 0 | 32 |
15 | MBA1215 | ຈະລິຍະທຳ ແລະ ຄວາມຮັບຜິດຊອບຕໍ່ສັງຄົມຂອງທຸລະກິດ | 2 | 2 | 0 | 32 |
ລວມ | 4 | 64 |
ງ. ວິທະຍານິພົນ (Thesis)
ລ/ດ | ລະຫັດວິຊາ | ລາຍວິຊາ | ໜວຍກິດ | ທິດສະດີ | ປະຕິບັດ | ລວມ |
---|---|---|---|---|---|---|
1 | MBA2301 | ສຳມະນາທາງວິຊາການ | 3 | 2 | 2 | 64 |
2 | MBA2302 | ວິທີການຄົ້ນຄ້ວາ ແລະ ສະຖິຕິທຸລະກິດ | 3 | 2 | 2 | 64 |
3 | MBA2303 | ຂຽນບົດວິທະຍານິພົນ | 12 | - | - | - |
ລວມ | 18 | 128 |
ຫຼັກສູດການຮຽນການສອນ
- ສາຂາວິຊາ ເສດຖະສາດ
- ສາຂາວິຊາ ການຄ້າສາກົນ
- ສາຂາວິຊາ ບໍລິຫານທຸລະກິດທົ່ວໄປ
- ສາຂາວິຊາ ທຸລະກິດລະຫວ່າງປະເທດ
- ສາຂາວິຊາ ທຸລະກິດໄອທີ
- ສາຂາວິຊາ ບໍລິການການທ່ອງທ່ຽວ
- ສາຂາວິຊາ ການໂຮງແຮມ
- ຫຼັກສູດຕໍ່ເນື່ອງ ບໍລິຫານທຸລະກິດ
- ຫຼັກສູດຕໍ່ເນື່ອງ ການເງິນການທະນາຄານ
- ຫຼັກສູດຕໍ່ເນື່ອງ ບໍລິຫານການທ່ອງທ່ຽວ ແລະ ການໂຮງແຮມ
- ຫຼັກສູດປະລິນຍາໂທ ເສດຖະສາດ
- ຫຼັກສູດປະລິນຍາໂທ ບໍລິຫານທຸລະກິດ
- ຫຼັກສູດນາໆຊາດ ສາຂາວິຊາ ບໍລິຫານການທ່ອງທ່ຽວ
ດາວໂຫລດເອກະສານທີ່ກ່ຽວຂ້ອງ
- ໃບສະໝັກສອບເສັງເຂົ້າປະລິນຍາຕີພາກປົກກະຕິ
- ໃບສະໝັກສອບເສັງເຂົ້າຕໍ່ເນື່ອງປະລິນຍາຕີ
- ໃບສະໝັກສອບເສັງເຂົ້າ ຫຼັກສູດສາກົນ
- ໃບຄຳຮ້ອງຂໍສອບເສັງເຂົ້າຮຽນປະລິນຍາໂທ
- ໜັງສືສະເໜີຂໍລາພັກ
- ໜັງສືສະເໜີ ຂໍໃບຄະແນນ
- ໜັງສືສະເໜີ ຂໍໃບຢັ້ງຢືນການສຶກສາ
- ໜັງສືສະເໜີ ຂໍຂໍ້ມູນ