MEC

Master of Economics Program in Economics

ຫຼັກສູດປະລິນຍາໂທ ສາຂາເສດຖະສາດ

ຊື່ຫຼັກສູດ

ພາສາລາວ: ຫຼັກສູດປະລິນຍາໂທເສດຖະສາດ ສາຂາວິຊາເສດຖະສາດ

ພາສາອັງກິດ: Master of Economics program in Economics

ຊື່ປະກາສະນີຍະບັດ

ພາສາລາວ: ປະລິນຍາໂທເສດຖະສາດ ສາຂາວິຊາເສດຖະສາດ.

ຊື່ຫຍໍ້ພາສາລາວ: ປທ.ສສ

ພາສາອັງກິດ:       Master of Economics program in Economics

ຊື່ຫຍໍ້ພາສາອັງກິດ: MEC

ປັດສະຍາ

ຫຼັກສູດປະລິນຍາໂທເສດຖະສາດ ສາຂາເສດຖະສາດສ້າງຂຶ້ນບົນພື້ນຖານ 3 ລັກສະນະຊາດ 5 ຫຼັກມູນການສຶກສາ ໂດຍເນັ້ນໜັກການສ້າງ ແລະ ພັດທະນານັກວິຊາການດ້ານເສດຖະສາດ ມີຄວາມຮູ້, ຄວາມສາມາດ ແລະ ມີທັກສະສະເພາະດ້ານເສດຖະກິດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ເພື່ອຮອງຮັບສະພາບການປ່ຽນແປງທາງດ້ານເສດຖະກິດ – ສັງຄົມ ໃນຍຸກໂລກາພິວັດ,  ໂດຍສະເພາະຊ່ວຍສ້າງບຸກຄະລາກອນຂອງບັນດາພະແນກການທັງພາກລັດ ແລະ ເອກະຊົນໃນ 8 ແຂວງພາກເໜືອຂອງ ສປປ ລາວ ໃຫ້ມີຄວາມຊ່ຽວຊານດ້ານການຄົ້ນຄວ້າວິໄຈບັນຫາຕ່າງໆ ເພື່ອນໍາມາວາງແຜນພັດທະນາເສດຖະກິດ ແລະ ສັງຄົມໃນລະດັບຈຸລະພາກໄປສູ່ລະດັບມະຫາພາກ, ພ້ອມທັງຮັບປະກັນໃຫ້ປະຊາຊົນລຸດພົ້ນຈາກຄວາມທຸກຍາກ ແລະ ບໍ່ສົ່ງຜົນກະທົບຕໍ່ການພັດທະນາໃນອະນາຄົດກໍ່ຄືເປັນການພັດທະນາແບບຍືນຍົງ.

ຈຸດປະສົງຂອງຫຼັກສູດ

1. ສ້າງນັກວິຊາການຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ.
2. ສ້າງນັກວິຊາການ ໃຫ້ມີຄວາມຮູ້, ຄວາມສາມາດ, ມີທັກສະ ແລະ ຄວາມຊຳນານງານທາງດ້ານເສດຖະກິດ.
3. ສ້າງນັກວິຊາການທາງດ້ານເສດຖະສາດ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ໃນ ສປປ ລາວ.
4. ສ້າງນັກວິຊາການໃຫ້ມີວິໄສທັດ ແລະ ນະວັດຕະກຳທີ່ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ໄລຍະເວລາການຮຽນ

ໄລຍະເວລາຮຽນທັງໝົດ 2 ປີ ແລະຮັບນັກສຶກສາທັງໝົດປະມານ 20 ຄົນຕໍ່ປີ, ໄລຍະເວລາເລີ່ມຮຽນ ເດືອນຕຸລາ ຂອງທຸກໆປີ, ຮຽນ ວັນເສົາ-ອາທິດ.

ເງື່ອນໄຂຂອງຜູ້ເຂົ້າສຶກສາ

ຜູ້ທີ່ເຂົ້າສຶກສາໃນຫຼັກສູດລະດັບປະລິນຍາໂທ ຕ້ອງມີເງື່ອນໄຂດັ່ງນີ້:

1. ຮູບແບບ 1 ຕ້ອງສໍາເລັດການສຶກສາລະດັບປະລິນຍາຕີ ໃນສາຂາວິຊາດຽວກັນ, ທີ່ມີຜົນການຮຽນດີ,  ມີພື້ນຖານຄວາມຮູ້, ຄວາມສາມາດ ແລະ ຄວາມພ້ອມທີ່ຈະຂຽນວິທະຍານິພົນໄດ້;

2. ຮູບແບບ 2 ແລະ 3 ຕ້ອງແມ່ນຜູ້ສໍາເລັດການສຶກສາ ລະດັບປະລິນຍາຕີສາຂາວິຊາດຽວກັນກັບວິຊາທີ່ຈະຮຽນຕໍ່ນັ້ນ, ມີຜົນການຮຽນດີ, ມີພື້ນຖານຄວາມຮູ້, ຄວາມສາມາດ ແລະ ມີຄວາມພ້ອມທີ່ຈະຂຽນວິທະຍານິພົນໄດ້;

3. ຜູ້ທີ່ສໍາເລັດການສຶກສາລະດັບປະລິນຍາຕີ ໃນສາຂາວິຊາອື່ນໆ ທີ່ເຂົ້າສຶກສາຕໍ່ໃນຮູບແບບ 2 ແລະ 3 ຕ້ອງໄດ້ຮຽນວິຊາຄວາມຮູ້ພື້ນຖານທີ່ຈໍາເປັນ ຂອງສາຂາວິຊາທີ່ຈະສຶກສາຕໍ່ນັ້ນກ່ອນ ໂດຍບໍ່ນັບໜ່ວຍກິດເຂົ້າໃນຫຼັກສູດ;

4.ສໍາລັບນັກສຶກສາທີ່ສໍາເລັດການສຶກສາລະດັບປະລິຍາຕີ ຫຼື ທຽບເທົ່າທີ່ເປັນສາຂາບໍ່ກ່ຽວຂ້ອງຕ້ອງໄດ້ ລົງທະບຽນຮຽນໝວດຄວາມຮູ້ພື້ນຖານທີ່ຈໍາເປັນ ເຊິ່ງບໍ່ໄດ້ລວມຈໍານວນໜ່ວຍກິດ ແລະ ຄ່າລົງທະບຽນຮຽນຢູ່ໃນຫຼັກສູດ (ກໍລະນີມີໜ້ອຍຄົນສະໝັກເຂົ້າຮຽນ ແມ່ນຈະຄິດໄລ່ຄ່າແຮງງານຜູ້ສອນເປັນໜ່ວຍກິດ) ເຊິ່ງມີລາຍອຽດດັ່ງຕາຕະລາງລຸ່ມນີ້:

ຕາຕະລາງຫຼັກສູດ
ລ/ດ ລາຍວິຊາສອນ ໜ່ວຍກິດ ຊົ່ວໂມງສອນ ລວມຊົ່ວໂມງສອນ
ທິດສະດີ
(X)
ປະຕິບັດ
(Y)
ຮຽນຮູ້ດ້ວຍຕົນເອງ
(Z)
ຕໍ່ອາທິດ ຕໍ່ເດືອນ ຕໍ່ພາກຮຽນ
1 ຄະນິດສາດ 2 2 0 4 6 24 96
2 ສະຖິຕິພື້ນຖານ 2 2 0 4 6 24 96
3 ຄວາມຮູ້ພື້ນຖານກ່ຽວກັບເສດຖະມິຕິ 2 2 0 4 6 24 96
4 ເສດຖະສາດເບື້ອງຕົ້ນ 2 2 0 4 6 24 96
5 ຫຼັກການບັນຊີ 2 2 0 4 6 24 96

ເນື້ອໃນໂຄງສ້າງຫຼັກສູດ

ການກຳນົດໜ່ວຍກິດ ເຂົ້າໃນຫຼັກສູດ ຫຼັກສູດໄດ້ແບ່ງອອກເປັນ 3 ໝວດວິຊາຄື:

  • ໝວດວິຊາບັງຄັບ 30 ໜ່ວຍກິດ.
  • ໝວດວິຊາເລືອກ    4 ໜ່ວຍກິດ.
  • ວິທະຍານິພົນ       18 ໜ່ວຍກິດ.
                   ລວມ 52  ໜ່ວຍກິດ.
ຕາຕະລາງຫຼັກສູດສາຂາວິຊາເສດຖະສາດ
ຕາຕະລາງທີ 1 ໝວດວິຊາບັງຄັບັບ
ລ/ດ ລະຫັດວິຊາ ລາຍວິຊາ ໜ່ວຍກິດ ຊົ່ວໂມງສອນ ລວມຊົ່ວໂມງສອນ
ທິດສະດີ
(X)
ປະຕິບັດ
(Y)
ຮຽນຮູ້ດ້ວຍຕົນເອງ
(Z)
ຕໍ່ອາທິດ ຕໍ່ເດືອນ ຕໍ່ພາກຮຽນ
1 MEC1101 ການເມືອງ ແລະ ເສດຖະກິດລາວ 3 2 2 5 9 36 144
2 MEC1102 ທິດສະດີເສດຖະສາດຈຸລະພາກ 3 2 2 5 9 36 144
3 MEC1103 ທິດສະດີເສດຖະສາດມະຫາພາກ 3 2 2 5 9 36 144
4 MEC1104 ການວິເຄາະເຊິງປະລິມານທາງເສດຖະສາດ 3 2 2 5 9 36 144
5 MEC1105 ເສດຖະສາດການເງິນ 3 2 2 5 9 36 144
6 MEC1106 ເສດຖະສາດຊັບພະຍາກອນ ແລະ ສິ່ງແວດລ້ອມ 3 2 2 5 9 36 144
7 MEC1107 ເສດຖະສາດການວາງແຜນ ແລະ ການປະເມີນໂຄງການ 3 2 2 5 9 36 144
8 MEC1108 ເສດຖະມິຕິຂັ້ນສູງ 3 2 2 5 9 36 144
9 MEC1109 ໂລກາພິວັດ ແລະ ເສດຖະກິດໂລກ 3 2 2 5 9 36 144
10 MEC1110 ວິທີວິໄຈທາງເສດຖະສາດ 3 2 2 5 9 36 144
ລວມ 30 20 20 50 90 360 1,440
ຕາຕະລາງທີ 2:ໝວດວິຊາເລືອກ
ລ/ດ ລະຫັດວິຊາ ລາຍວິຊາ ໜ່ວຍກິດ ຊົ່ວໂມງສອນ ລວມຊົ່ວໂມງສອນ
ທິດສະດີ
(X)
ປະຕິບັດ
(Y)
ຮຽນຮູ້ດ້ວຍຕົນເອງ
(Z)
ຕໍ່ອາທິດ ຕໍ່ເດືອນ ຕໍ່ພາກຮຽນ
1 MEC1201 ເສດຖະສາດກະສິກໍາ 2 2 0 4 6 24 96
2 MEC1202 ເສດຖະສາດອຸດສາຫະກໍາ 2 2 0 4 6 24 96
3 MEC1203 ເສດຖະສາດແຮງງານ 2 2 0 4 6 24 96
4 MEC1204 ເສດຖະສາດພັດທະນາ 2 2 0 4 6 24 96
5 MEC1205 ເສດຖະສາດລະຫວ່າງປະເທດ 2 2 0 4 6 24 96
6 MEC1206 ເສດຖະສາດການລົງທຶນ 2 2 0 4 6 24 96
ຕາຕະລາງທີ 3: ສໍາມະນາ ແລະ ວິທະຍານິພົນ
ລ/ດ ລະຫັດວິຊາ ລາຍວິຊາ ໜ່ວຍກິດ ຊົ່ວໂມງສອນ ລວມຊົ່ວໂມງສອນ
ທິດສະດີ
(X)
ປະຕິບັດ
(Y)
ຮຽນຮູ້ດ້ວຍຕົນເອງ
(Z)
ຕໍ່ອາທິດ ຕໍ່ເດືອນ ຕໍ່ພາກຮຽນ
1 MEC2301 ສໍາມະນາທາງເສດຖະສາດ I 2 2 0 4 6 24 96
2 MEC2302 ສໍາມະນາທາງເສດຖະສາດ II 2 2 0 4 6 24 96
3 MEC2303 ວິທະຍານິພົນ 14 0 2 40 42 168 672
ລວມ 18 4 2 48 54 216 864

ດາວໂຫລດເອກະສານທີ່ກ່ຽວຂ້ອງ

ຂໍ້ມູນຕິດຕໍ່ພົວພັນ

ສະຖານທີ່ຕັ້ງ: ຄະນະເສດຖະສາດ ແລະ ການທ່ອງທ່ຽວ, ມະຫາວິທະຍາໄລສຸພານຸວົງ, ຖະໜົນເລກທີ 13 ເໜືອ ນະຄອນຫຼວງພະບາງ.

ຊ່ອງທາງ Socials