General Business Management
ສາຂາວິຊາ
ບໍລິຫານທຸລະກິດທົ່ວໄປ
ຮຽນຮູ້ການບໍລິຫານທຸລະກິດແບບຄົບຖ້ວນເພື່ອສ້າງບັນດິດທາງດ້ານການບໍລິຫານ ຕັ້ງແຕ່ການວາງກົນລະຍຸດ ການຄຸ້ມຄອງຊັບພະຍາກອນມະນຸດ ການເງິນແລະບັນຊີ ການຕະຫຼາດແລະການຂາຍ ການຜະລິດແລະຄຸນນະພາບ ຈົນເຖິງການບໍລິຫານໂຄງການແລະນະວັດກຳ.
General Business Management
ກ່ຽວກັບສາຂາວິຊາ?
ເພື່ອສ້າງນັກວິຊາການດ້ານການບໍລິຫານທຸລະກິດຢ່າງມືອາຊີບຄື: ສາມາດວາງແຜນ, ຈັດຕັ້ງອົງກອນ, ສັ່ງການຊີ້ນຳ, ຄວບຄຸມ ແລະ ປະເມີນຜົນການດຳເນີນງານຂອງອົງການໄດ້. ກໍ່ສ້າງພື້ນຖານດ້ານວິຊາສະເພາະໃຫ້ແກ່ນັກສຶກສາມີຄວາມຮູ້ຄວາມຊຳນິຊຳນານທາງດ້ານວິຊາການຄື: ນັກບໍລິຫານ-ຄຸ້ມຄອງອົງກອນທຸລະກິດ, ນັກການຕະຫຼາດ, ຜູ້ປະກອບການທຸລະກິດ, ມີຄວາມຮູ້ດ້ານການເງິນ-ການບັນຊີ ແລະ ສາມາດເຊື່ອມຕໍ່ການສຶກສາຂັ້ນສູງໃນສາຂາທີ່ກ່ຽວຂ້ອງໄດ້. ເພື່ອສ້າງຜູ້ປະກອບການທີ່ມີຄວາມສາມາດມີ, ພິກໄຫວໃນການດຳເນີນທຸລະກິດຕັ້ງແຕ່ຂະໜາດນ້ອຍໄປຈົນເຖິງທຸລະກິດຂະໜາດໃຫຍ່ໃຫ້ປະສົບຜົນສຳເລັດ, ຮູ້ປະເມີນ ແລະ ວິເຄາະສະຖານະການ, ຮູ້ວາງແຜນ ແລະ ນຳໃຊ້ຊັບພະຍາກອນເຂົ້າໃນການດຳເນີນທຸລະກິດໃຫ້ໄດ້ຮັບຜົນປະໂຫຍດສູງສຸດດ້ວຍຕົ້ນທຶນຕ່ຳສຸດ.


ບໍລິຫານທຸລະກິດທົ່ວໄປ
ປະກອບອາຊີບຫຍັງໄດ້ແດ່?
ນັກສຶກສາທີ່ຮຽນຈົບຈາກ ສາຂາວິຊາບໍລິຫານທຸລະກິດທົ່ວໄປ ສາມາດປະກອບອາຊີບໄດ້ທັງງພາກລັດ, ເອກະຊົນ, ໂຄງການຕ່າງໆທີ່ກ່ຽວຂ້ອງ ດັ່ງນີ້:
- ເປັນນັກບໍລິຫານ - ວາງແຜນ
- ນັກການຕະຫຼາດ-ການຂາຍ
- ໂຄງການຕ່າງໆທັງພາຍໃນ ແລະ ສາກົນໄດ້
- ບັນດາພະແນກ - ຫ້ອງການຕ່າງໆ,
- ຜູ້ປະກອບການທຸລະກິດຂອງຕົນເອງ
ທຼັກສະຈາກການສຳເລັດຫຼັກສູດນີ້:
ທັກສະການນຳພາແລະການຈັດການທີມ
ສາມາດສ້າງແຮງບັນດານໃຈ ແລະ ນຳພາທີມງານສູ່ເປົ້າໝາຍຢ່າງມີປະສິດທິພາບ
ທັກສະການວິເຄາະການເງິນ
ສາມາດອ່ານງົບການເງິນ ວາງແຜນງົບປະມານ ແລະ ຕັດສິນໃຈທາງການເງິນ
ທັກສະການແກ້ໄຂບັນຫາແລະການຕັດສິນໃຈ
ສາມາດວິເຄາະສະຖານະການ ຊອກຫາທາງອອກ ແລະ ຕັດສິນໃຈຢ່າງມີເຫດຜົນ
Our Courses
ບໍລິຫານທຸລະກິດທົ່ວໄປ
ຮຽນວິຊາຫຍັງແດ່?
ການຈັດຕັັ້ງການຮຽນ-ການສອນ ຫຼັກສູດປະລິນຍາຕີບໍລິຫານທຸລະກິດ ສາຂາວິຊາບໍລິຫານທຸລະກິດທົ່ວໄປ ມີກໍານົດ 4 ປີຮຽນ (4 ສົກສ ກສາ ປະກອບມີ 8 ພາກຮຽນ) ສູງສຸດບໍ່ເກີນ 6 ປີ (12 ພາກຮຽນ). ລາຍວິຊາສຳຄັນທີ່ໄດ້ເປີດສອນໃນຫຼັກສູດ ມີດັ່ງນີ້:
- ການບໍລິຫານໂຄງການ
- ການບໍລິຫານທຸລະກິດ SMEs
- ການບໍລິຫານຫ້ອງການ
- ການບໍລິຫານຊັບພະຍາກອນມະນຸດ
- ການບໍລິຫານການທະນາຄານທຸລະກິດ
- ການບໍລິຫານຂໍ້ມູນຂ່າວສານ
- ການບໍລິຫານການຕະຫຼາດ
- ການບໍລິຫານການຜະລິດ
- ການບໍລິຫານໂລຈິສຕິກ
- ການບໍລິຫານການເງິນ

Course all subjects
ລາຍວິຊາຮຽນ ທັງໝົດ
ພາກຮຽນທີ 1
- ການເມືອງ
- ຈິດຕະວິທະຍາ
- ລາວສຶກສາ I
- ລາວສຶກສາ II
- ສຶກສາປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ
- ຄອມພິວເຕີພື້ນຖານ
- ພາສາອັງກິດ I
- ຄະນິດສາດສຳລັບທຸລະກິດ
ພາກຮຽນທີ 2
- ພາສາອັງກິດ II
- ທຸລະກິດເບື້ອງຕົ້ນ
- ສະຖິຕິພື້ນຖານ
- ຫຼັກເສດຖະສາດ
- ຫຼັກການບໍລິຫານ
- ຫຼັກການຕະຫຼາດ
ພາກຮຽນທີ 3
- ພາສາອັງກິດທຸລະກິດ I
- ຫລັກການບັນຊີ
- ສະຖິຕິສຳລັບທຸລະກິດ
- ກົດໝາຍທຸລະກິດ
- ການວິເຄາະທາງດ້ານປະລິມານທຸລະກິດ
- ຈັນຍາບັນທາງທຸລະກິດ
ພາກຮຽນທີ 4
- ພາສາອັງກິດທຸລະກິດ II
- ບັນຊີບໍລິຫານ
- ການເງິນທຸລະກິດ
- ພຶດຕິກຳອົງກອນ
- ພຶດຕິກຳຜູ້ບໍລິໂພກ
- ຫຼັກການລົງທຶນ
ພາກຮຽນທີ 5
- ພາສາອັງກິດທຸລະກິດ III
- ການບໍລິຫານຫ້ອງການ
- ການບໍລິຫານຊັບພະຍາກອນມະນຸດ
- ການບໍລິຫານການຕະຫລາດ
- ການບໍລິຫານລະບົບຂໍ້ມູນຂ່າວສານ
- ການບໍລິຫານການເງິນ
- ວິຊາເລືອກ I
ພາກຮຽນທີ 6
- ພາສາອັງກິດທຸລະກິດ IV
- ບໍລິຫານທຸລະກິດລະຫວ່າງປະເທດ
- ບໍລິຫານການຜະລິດ ແລະ ການປະຕິບັດການ
- ການບໍລິຫານທຸລະກິດກະສິກຳ
- ການບໍລິຫານທຸລະກິດຂະໜາດນ້ອຍ
- ການບໍລິຫານໂລຈິສຕິກ
- ວິຊາເລືອກ 2
ພາກຮຽນທີ 7
- ການບໍລິຫານໂຄງການ
- ການບໍລິຫານຍຸດທະສາດ
- ຄວາມເປັນຜູ້ປະກອບການ
- ການສື່ສານທາງທຸລະກິດ
- ວິທີວິໄຈທາງທຸລະກິດ
- ສຳມະນາທາງທຸລະກິດ
ພາກຮຽນທີ 8
- ລົງຝຶກຫັດງານ
- ປ້ອງກັນບົດໂຄງການຈົບຊັ້ນ