IBM

International Business Management

ສາຂາວິຊາ
ທຸລະກິດລະຫວ່າງປະເທດ

“ສ້າງນັກວິຊາການດ້ານທຸລະກິດທີ່ເຂັ້ມແຂງ ມີສີມື ພັດທະນາເສດຖະກິດ ເປັນມິດກັບສາກົນ”

International Business Management

ກ່ຽວກັບສາຂາວິຊາ?

ຫລັກສູດການບໍລິຫານທຸລະກິດລະຫວ່າງປະເທດ ແມ່ນໜຶ່ງໃນຫຼັກສູດທີ່ນອນຢູ່ໃນພາກວິຊາ ເສດຖະສາດ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ທີ່ໄດ້ຮັບການອະນຸມັດເປີດສອນມາແຕ່ປີ 2013 ຈົນ ມາຮອດປັດຈຸບັນຕົກມາຮອດປີ 2023 ອີງຕາມ ສະພາບແວດລ້ອມທາງເສດຖະກິດ ສັງຄົມ ວັດທະນະທໍາ ແລະ ປັດໃຈອື່ນໆ ໄດ້ປ່ຽນໄປຫຼາຍຢ່າງ ສະເພາະໃນຍຸກໂລກາພິວັດ ທີ່ເຮັດໃຫ້ທຸລະກິດ ລະຫວ່າງປະເທດມີການປ່ຽນແປງຢ່າງໄວວາ ດັ່ງນັ້ນ ຫຼັກສູດການຮຽນການສອນຂອງສາຂາບໍລິຫານ ທຸລະກິດລະຫວ່າງປະເທດຈຶ່ງມີຄວາມຈໍາເປັນຕ້ອງໄດ້ ມີການປັບປຸງ ໃຫ້ສອດຄ່ອງກັບສະພາບພາຍໃນ, ສະພາບສາກົນໃນປັດຈຸບັນ ແລະ ໃນອະນາຄົດ.

ທຸລະກິດລະຫວ່າງປະເທດ
ປະກອບອາຊີບຫຍັງໄດ້ແດ່?

ນັກສຶກສາທີ່ຮຽນຈົບຈາກ ສາຂາວິຊາທຸລະກິດລະຫວ່າງປະເທດ ສາມາດປະກອບອາຊີບໄດ້ທັງງພາກລັດ, ເອກະຊົນ, ໂຄງການຕ່າງໆທີ່ກ່ຽວຂ້ອງ ດັ່ງນີ້:

ທຼັກສະຈາກການສຳເລັດຫຼັກສູດນີ້:

1

ທັກສະການນຳພາ ແລະ ການຈັດການທີມ

ສ້າງນັກວິຊາການທຸລະກິດທີ່ມີສີມື ເພື່ອດໍາເນີນທຸລະກິດທັງພາຍໃນ ແລະ ຕ່າງປະເທດ.

2

ເສີມສ້າງຄວາມຮູ້ດ້ານການບໍລິຫານ

ເສີມສ້າງຄວາມຮູ້ດ້ານການບໍລິຫານ, ການຄົ້ນຄວ້າ ແລະ ການແກ້ໄຂບັນຫາຢ່າງເປັນລະບົບ.

3

ພັດທະນາແນວຄິດທຸລະກິດລະດັບສາກົນ

ພັດທະນາແນວຄິດທຸລະກິດລະດັບສາກົນ, ຄວາມເປັນຜູ້ນໍາທີ່ມີມະນຸດສໍາພັນດີ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.

Our Courses

ທຸລະກິດລະຫວ່າງປະເທດ
ຮຽນວິຊາຫຍັງແດ່?

ການຈັດຕັັ້ງການຮຽນ-ການສອນ ຫຼັກສູດປະລິນຍາຕີບໍລິຫານທຸລະກິດ ສາຂາວິຊາທຸລະກິດລະຫວ່າງປະເທດ ມີກໍານົດ 4 ປີຮຽນ (4 ສົກສ ກສາ ປະກອບມີ 8 ພາກຮຽນ) ສູງສຸດບໍ່ເກີນ 6 ປີ (12 ພາກຮຽນ). ລາຍວິຊາສຳຄັນທີ່ໄດ້ເປີດສອນໃນຫຼັກສູດ ມີດັ່ງນີ້:

Course all subjects

ລາຍວິຊາຮຽນ ທັງໝົດ

ພາກຮຽນທີ 1

ພາກຮຽນທີ 2

ພາກຮຽນທີ 3

ພາກຮຽນທີ 4

ພາກຮຽນທີ 5

ພາກຮຽນທີ 6

ພາກຮຽນທີ 7

ພາກຮຽນທີ 8

Study in International Business Management Program

ເຂົ້າຮຽນສາຂາວິຊາທຸລະກິດລະຫວ່າງປະເທດ
ຕິດຕໍ່ພົວພັນ.

Our gallery

ສັງລວມຮູບພາບ