History
ປະຫວັດຄວາມເປັນມາ
ຄະນະເສດຖະສາດ ແລະ ການທ່ອງທ່ຽວ
ຄະນະເສດຖະສາດ ແລະ ການທ່ອງທ່ຽວໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 11 ຕຸລາ 2007 ເປັນຄະນະທີ່ສັງກັດໃນໂຄງປະກອບກົງຈັກດ້ານວິຊາການຂອງມະຫາວິທະຍາໄລ ສຸພານຸວົງ ຕາມຂໍ້ຕົກລົງ ຂອງລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ສະບັບເລກທີ 4252 ລົງວັນທີ 7 ພະຈິກ 2011.
ພາລະກິດຫຼັກ
- ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃນສາຂາວິຊາທີ່ກ່ຽວຂ້ອງກັບຂົງເຂດທຸລະກິດ - ສັງຄົມ ເພື່ອຕອບສະໜອງໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.
- ເປັນແຫຼ່ງເຜີຍແຜ່ຜົນການຄົ້ນຄວ້າທາງວິທະຍາສາດທີ່ມີຜົນປະໂຫຍດຕໍ່ການພັດທະນາເສດຖະກິດ-ສັງຄົມ.
- ປົກປັກຮັກສາ ແລະ ເສີມຂະຫຍາຍສິລະປະ ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າ ຄຽງຄູ່ກັບການສຶກສາຮ່ຳຮຽນ ແລກປ່ຽນປະສົບການ ແລະ ຮັບເອົາວັດທະນະທຳສັງຄົມຢ່າງມີການເລືອກເຟັ້ນ.
- ຈັດຕັ້ງການບໍລິການທາງວິຊາການເພື່ອຮັບໃຊ້ສັງຄົມ.

ວິໄສທັດ & ຄຳຂວັນ
“ພັດທະນາວິຊາການ ສານສຳພັນມິດປະຊາ ອະນາຄົດອັນສົດໄສ”
“ຝຶກຝົນຫຼໍ່ຫຼອມ ຖະໜອມຄວາມກ້າວ ຫ້າວຫັນໝັ້ນຢືນ ບຸກບືນກ້າວໜ້າ ພາລະສືບຕໍ່ ບໍ່ເຈັບບໍ່ຈົນ”
ສະຖິຕິພະນັກງານ-ອາຈານ
- ພະນັກງານວິຊາການ ແລະ ດໍາລົງຕໍາແໜ່ງບໍລິຫານ ຈໍານວນ 34 ຄົນ ຍິງ 13 ຄົນ
- ຮອງສາດສະດາຈານ 1 ຄົນ, ຍິງ 1 ຄົນ
- ອາຈານ 8 ຄົນ, ຍິງ 2 ຄົນ, ຜູ້ຊ່ວຍອາຈານ 6 ຄົນ, ຍິງ 2 ຄົນ
- ພະນັກງານ-ອາຈານ ມີປະລິນຍາເອກ 5 ຄົນ, ຍິງ 2 ຄົນ, ປະລິນຍາໂທ 41 ຄົນ, ຍິງ 19 ຄົນ, ປະລິນຍາຕີ 4 ຄົນ, ຍິງ 1 ຄົນ
ການຄົ້ນຄວ້າວິທະຍາສາດ
ມີການເຮັດການຄົ້ນຄວ້າວິໄຈ, ການແປ, ຮຽບຮຽງ ແລະ ພັດທະນາປື້ມຕຳລາສອນພາຍໃຕ້ການສະໜັບສະໜູນທຶນຈາກລັດຖະບານ ແລະໂຄງການຕ່າງໆ ເປັນຕົ້ນແມ່ນໂຄງການ ADB, ໂຄງການ SSHEP, ໂຄງການ KEDI ແລະ ໂຄງການ SMCS.
ກິດຈະກຳນອກຫຼັກສູດ
ມີການເຄື່ອນໄຫວວຽກງານກິດຈະກຳນອກຫຼັກສູດໄປຄຽງຄູ່ກັບປະຕິທິນການສຶກສາ ເປັນຕົ້ນແມ່ນການເຄື່ອນໄຫວວຽກງານຕາມ 5 ຫລັກມູນການສຶກສາ, ໂຄງການທັດສະນະສຶກສາ, ໂຄງການຊ່ວຍເຫລືອສັງຄົມ ແລະ ການເຄື່ອນໄຫວຂອງວຽກງານອົງການຈັດຕັ້ງມະຫາຊົນ
ການພົວພັນຮ່ວມມື
ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມີການພົວພັນຮ່ວມມືພາຍໃນກັບ 11 ອົງກອນ ແລະ ພາຍນອກ 8 ອົງກອນທັງພາກລັດ ແລະ ເອກະຊົນ
ຫຼັກສູດການຮຽນການສອນ
- ສາຂາວິຊາ ເສດຖະສາດ
- ສາຂາວິຊາ ການຄ້າສາກົນ
- ສາຂາວິຊາ ບໍລິຫານທຸລະກິດທົ່ວໄປ
- ສາຂາວິຊາ ທຸລະກິດລະຫວ່າງປະເທດ
- ສາຂາວິຊາ ທຸລະກິດໄອທີ
- ສາຂາວິຊາ ບໍລິການການທ່ອງທ່ຽວ
- ສາຂາວິຊາ ການໂຮງແຮມ
- ຫຼັກສູດຕໍ່ເນື່ອງ ບໍລິຫານທຸລະກິດ
- ຫຼັກສູດຕໍ່ເນື່ອງ ການເງິນການທະນາຄານ
- ຫຼັກສູດຕໍ່ເນື່ອງ ບໍລິຫານການທ່ອງທ່ຽວ ແລະ ການໂຮງແຮມ
- ຫຼັກສູດປະລິນຍາໂທ ເສດຖະສາດ
- ຫຼັກສູດປະລິນຍາໂທ ບໍລິຫານທຸລະກິດ
- ຫຼັກສູດນາໆຊາດ ສາຂາວິຊາ ບໍລິຫານການທ່ອງທ່ຽວ
ດາວໂຫລດເອກະສານທີ່ກ່ຽວຂ້ອງ
- ໃບສະໝັກສອບເສັງເຂົ້າປະລິນຍາຕີພາກປົກກະຕິ
- ໃບສະໝັກສອບເສັງເຂົ້າຕໍ່ເນື່ອງປະລິນຍາຕີ
- ໃບສະໝັກສອບເສັງເຂົ້າ ຫຼັກສູດສາກົນ
- ໃບຄຳຮ້ອງຂໍສອບເສັງເຂົ້າຮຽນປະລິນຍາໂທ
- ໜັງສືສະເໜີຂໍລາພັກ
- ໜັງສືສະເໜີ ຂໍໃບຄະແນນ
- ໜັງສືສະເໜີ ຂໍໃບຢັ້ງຢືນການສຶກສາ
- ໜັງສືສະເໜີ ຂໍຂໍ້ມູນ
Cooperation
ການພົວພັນຮ່ວມມື
ຄະນະເສດຖະສາດ ແລະ ການທ່ອງທ່ຽວ ໄດ້ມີການຮ່ວມມືທາງວິຊາການທັງພາຍໃນ ແລະ ຕ່າງປະເທດ ໂດຍມີ 4 ເປົ້າຫມາຍຫລັກ ຄື: 1) ການພັດທະນາຊັບພະຍາກອນມະນຸດລວມມີການແລກປ່ຽນພະນັກງານ-ອາຈານ ແລະ ນັກສຶກສາ, 2) ການຄົ້ນຄວ້າວິທະຍາສາດ, 3) ການຈັດສຳມະນາ ຫລື ການເຜີຍແຜ່ຜົນງານວິຊາການ, 4) ການແລກປ່ຽນສື່ການຮຽນການສອນ ແລະ ບັນດາກິດຈະກຳທີ່ເຫັນວ່າສອດຄ່ອງຕາມແນວທາງນະໂຍບາຍຂອງລັດຖະບານ ແລະ ເປັນປະໂຫຍດແກ່ທຸກຝ່າຍ.








