Cooperation

Cooperation

ການພົວພັນຮ່ວມມື

Cooperation

ການພົວພັນຮ່ວມມື

ຄະນະເສດຖະສາດ ແລະ ການທ່ອງທ່ຽວ ໄດ້ມີການຮ່ວມມືທາງວິຊາການທັງພາຍໃນ ແລະ ຕ່າງປະເທດ ໂດຍມີ 4 ເປົ້າຫມາຍຫລັກ ຄື: 1) ການພັດທະນາຊັບພະຍາກອນມະນຸດລວມມີການແລກປ່ຽນພະນັກງານ-ອາຈານ ແລະ ນັກສຶກສາ, 2) ການຄົ້ນຄວ້າວິທະຍາສາດ, 3) ການຈັດສຳມະນາ ຫລື ການເຜີຍແຜ່ຜົນງານວິຊາການ, 4) ການແລກປ່ຽນສື່ການຮຽນການສອນ ແລະ ບັນດາກິດຈະກຳທີ່ເຫັນວ່າສອດຄ່ອງຕາມແນວທາງນະໂຍບາຍຂອງລັດຖະບານ ແລະ ເປັນປະໂຫຍດແກ່ທຸກຝ່າຍ.

ການພົວພັນຮ່ວມມືພາຍໃນ

ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມີການພົວພັນຮ່ວມມືພາຍໃນກັບ 11 ອົງກອນ ທັງພາກລັດ ແລະ ເອກະຊົນດັ່ງນີ້:

ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ, ສະມາຄົມໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ, ສະມາຄົມບໍລິສັດທ່ອງທ່ຽວ, ໂຄງການສ້າງຄວາມເຂັ້ມແຂງດ້ານການບໍລິຫານ (SMCS),
ວິທະຍາໄລລາວນານາຊາດ, ວິທະຍາໄລແສງນະພາ, ວິທະຍາໄລປາລິຊາດ, ວິທະຍາໄລການເງິນພາກເໜືອ, ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ, ໂຮງແຮມພູວ່າວ ແລະ ໂຮງແຮມຄຣາວພລ່າຊ່າ

ການພົວພັນຮ່ວມມືພາຍນອກ

ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມີການພົວພັນຮ່ວມມືພາຍນອກກັບ 8 ອົງກອນ ທັງພາກລັດ ແລະ ເອກະຊົນດັ່ງນີ້:

ມະຫາວິທະຍາໄລຊຽງໃໝ່, ມະຫາວິທະຍາໄລແມ່ໂຈ້, ວິທະຍາໄລເຕັກໂນໂລຊີສະຫຍາມ, ມະຫາວິທະຍາໄລເຕັກໂນໂລຊີ ວິທະຍາສາດຄຸນມິງ ສປ ຈີນ, ມະຫາວິທະຍາໄລ ຈີຫຼິນ ສປ ຈີນ,
ມະຫາວິທະຍາໄລເຕັກໂນໂລຊີລາຊະມຸງຄຸນອິສານ, Erasmus + pragrame of the European Union ແລະ ມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ