Finance and Banking
ສາຂາວິຊາ
ການເງິນ-ການທະນາຄານ
ສ້າງ ແລະ ພັດທະນາຄວາມຮູ້ໃຫ້ແກ່ນັກສຶກສາ ໃຫ້ກາຍເປັນນັກວິຊາການທາງທະນາຄານ ນັກບໍລິຫານການເງິນມືອາຊີບທຽບເທົ່າສາກົນ ເພື່ອຮັບໃຊ້ໃນຂົງເຂດການເງິນ ການທະນາຄານ ທັງພາຍໃນ ແລະ ພາກພື້ນ.
About Finance and Banking
ກ່ຽວກັບສາຂາວິຊາ?
ການເງິນ-ການທະນາຄານ ໃນຍຸກ 4.0 ການເງິນ – ການທະນາຄານ ປຽບເໝືອນເສັ້ນເລືອດທີ່ຫຼໍ່ລ້ຽງການຈະເລີນເຕີບໂຕທາງດ້ານເສດຖະກິດ, ດັ່ງນັ້ນການກຽມພ້ອມ ຂອງບຸກຄະລະກອນທາງການເງິນ-ການທະນາຄານໃຫ້ມີຄຸນນະພາບ ປະສິດທິພາບ ແລະ ປະລິມານ ເພື່ອຕອບສະໜອງຄວາມຕ້ອງການ ໂດຍສະເພາະແມ່ນຮອງຮັບໃຫ້ແກ່ບັນດາຫົວໜ່ວຍທຸລະກິດທີ່ຈະກ້າວເຂົ້າສູ່ຕະຫຼາດທຶນ ແລະ ຕະຫຼາດການເງິນໃນປະເທດລາວ.


ຮຽນສາຂາວິຊາການເງິນ-ການທະນາຄານ ປະກອບອາຊີບຫຍັງໄດ້ແດ່?
ນັກສຶກສາທີ່ຮຽນຈົບຈາກ ສາຂາວິຊາການເງິນ-ການທະນາຄານ ສາມາດປະກອບອາຊີບໄດ້ທັງງພາກລັດ, ເອກະຊົນ, ໂຄງການຕ່າງໆທີ່ກ່ຽວຂ້ອງ ດັ່ງນີ້:
- ເປັນພະນັກງານການເງິນ ແລະ ການບັນຊີພາກລັດ
- ເປັນພະນັກງານການເງິນ ແລະ ການບັນຊີເອກະຊົນ
- ປະກັນໄພ
- ສະຖາບັນການເງິນ ເຊັ່ນ ທະນາຄານທຸລະກິດ
- ຜູ້ປະກອບການ/ທຸລະກິດສ່ວນຕົວ
ທຼັກສະຈາກການສຳເລັດຫຼັກສູດນີ້:
ນັກວິຊາການທີ່ພຽບພ້ອມໄປດ້ວຍຄຸນສົມບັດສິນທຳປະຕິວັດ, ຮັກຊາດຮັກລະບອບໃຫມ່, ເຄົາລົບນັບຖືລະບຽບກົດຫມາຍບ້ານເມືອງ, ມີສະຕິຕໍ່ການປ່ຽນແປງທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ.
ນັກວິຊາການທີ່ມີຄວາມຮູ້ຄວາມສາມາດ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງສະຖາບັນການເງິນທັງພາກລັດ ແລະ ເອກະຊົນ, ສ້າງຕາມລະບົບພື້ນຖານການເງິນ-ການທະນາຄານ ເພື່ອຍົກສູງຄຸນນະພາບການສຶກສາໃຫ້ມີປະສິດທິພາບ.
ນັກວິຊາການລົງເລິກວິຊາສະເພາະ ສາມາດນໍາໃຊ້ຄວາມຮູ້ເຂົ້າໃນການບໍລິຫານທຸລະກິດອຸດສາຫະກຳຕ່າງໆໄດ້ຢ່າງສອດຄ່ອງເຫມາະສົມກັບສະພາບແວດລ້ອມທາງສັງຄົມ.
Our Courses
ການເງິນ-ການທະນາຄານ
ຮຽນວິຊາຫຍັງແດ່?
ການຈັດຕັັ້ງການຮຽນ-ການສອນ ຫຼັກສູດປະລິນຍາຕີບໍລິຫານທຸລະກິດ ສາຂາວິຊາການເງິນ-ການທະນາຄານ ມີກໍານົດ 4 ປີຮຽນ (4 ສົກສ ກສາ ປະກອບມີ 8 ພາກຮຽນ) ສູງສຸດບໍ່ເກີນ 6 ປີ (12 ພາກຮຽນ). ກຸ່ມວິຊາສະເພາະທີ່ໄດ້ເປີດສອນໃນຫຼັກສູດ ມີດັ່ງນີ້:
- ຫຼັກການປະກັນໄພ
- ການດໍາເນີນງານທະນາຄານທຸລະກິດ
- ບັນຊີທະນາຄານ
- ພາສີອາກອນ
- ການເງິນທຸລະກິດ ແລະ ບໍລິຫານການເງິນ
- ສະຖາບັນການເງິນ ແລະ ຕະຫຼາດການເງິນ
- ທຸລະກິດຫຼັກຊັບ

Course all subjects
ລາຍວິຊາຮຽນ ທັງໝົດ
ພາກຮຽນທີ 1
- ການເມືອງ
- ຈິດຕະວິທະຍາ
- ລາວສຶກສາ I
- ລາວສຶກສາ II
- ຄອມພິວເຕີພື້ນຖານ
- ສຶກສາປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ
- ພາສາອັງກິດສໍາລັບ ການສື່ສານ I
- ຄະນິດສາດສຳລັບທຸລະກິດ
ພາກຮຽນທີ 2
- ພາສາອັງກິດ II
- ທຸລະກິດເບື້ອງຕົ້ນ
- ຫລັກເສດຖະສາດການເງິນ
- ຫລັກການບໍລິຫານ
- ຫລັກການຕະຫລາດ
- ສະຖິຕິພື້ນຖານ
ພາກຮຽນທີ 3
- ພາສາອັງກິດທຸລະກິດ I
- ຫລັກການບັນຊີ
- ສະຖິຕິສໍາລັບການເງິນ
- ກົດຫມາຍທຸລະກິດ
- ຫລັກການລົງທຶນ
- ຫລັກການປະກັນໄພ
ພາກຮຽນທີ 4
- ພາສາອັງກິດທຸລະກິດ II
- ການວິເຄາະດ້ານປະລິມານທາງທຸລະກິດ
- ເງິນຕາ ແລະ ທະນາຄານ
- ການບໍລິຫານຍຸດທະສາດ
- ພາສີ-ອາກອນ
- ການເງິນທຸລະກິດ
ພາກຮຽນທີ 5
- ພາສາອັງກິດທຸລະກິດ III
- ບັນຊີທະນາຄານ I
- ສະຖາບັນການເງິນ ແລະ ຕະຫລາດການເງິນ
- ການດຳເນີນງານທະນາຄານທຸລະກິດ
- ການບໍລິຫານການເງິນ
- ການເງິນລະຫວ່າງປະເທດ
- ວິຊາເລືອກ 2
ພາກຮຽນທີ 6
- ພາສາອັງກິດທຸລະກິດ IV
- ບັນຊີທະນາຄານ II
- ການບໍລິຫານສິນເຊື່ອ
- ນະໂຍບາຍເງິນຕາ ແລະ ການເງິນ
- ການບໍລິຫານຄວາມສ່ຽງ
- ການປະເມີນມູນຄ່າອະສັງຫາລິມະຊັບ
- ວິຊາເລືອກ 2
ພາກຮຽນທີ 7
- ການເງິນສ່ວນບຸກຄົນ
- ການວາງແຜນ ແລະ ການຄວບຄຸມການເງິນ
- ທຸລະກິດຫລັກຊັບ
- ການນໍາໃຊ້ຄອມພິວເຕີທາງການເງິນ
- ວິທີວິໄຈທາງການເງິນ
- ສໍາມະນາທາງການເງິນ
ພາກຮຽນທີ 8
- ລົງຝຶກຫັດງານ
- ປ້ອງກັນບົດໂຄງການຈົບຊັ້ນ