Bachelor of Finance and Accounting Continuing Program in Finance and Banking.
ຫລັກສູດຕໍ່ເນື່ອງປະລິນຍາຕີ ສາຂາວິຊາ ການເງິນ-ການທະນາຄານ.
ຊື່ຫຼັກສູດ
ພາສາລາວ: ຫລັກສູດຕໍ່ເນື່ອງປະລິນຍາຕີ ສາຂາວິຊາ ການເງິນ-ການທະນາຄານ.
ພາສາອັງກິດ: Bachelor of Finance and Accounting Continuing Program in Finance and Banking.
ຊື່ປະກາສະນີຍະບັດ
ພາສາລາວ: ປະລິນຍາຕີການເງິນ ແລະ ການບັນຊີ (ການເງິນ-ການທະນາຄານ).
ຊື່ຫຍໍ້ພາສາລາວ: ປຕ.ກທຄ. (ການເງິນ-ການທະນາຄານ).
ພາສາອັງກິດ: Bachelor of Finance and Accounting Continuing Program in Finance and Banking.
ຊື່ຫຍໍ້ພາສາອັງກິດ: B.B.A. (FNB).
ຈຸດປະສົງຂອງຫຼັກສູດ
ຫລັກສູດດັ່ງກ່າວນີ້ສ້າງຂຶ້ນຕາມການພັດທະນາຊັບພະຍາກອນມະນຸດໃຫ້ໄປຕາມ 3 ລັກສະນະ ຄື: ລັກສະນະຊາດ, ລັກສະນະວິທະຍາສາດທັນສະໄຫມ ແລະ ລັກສະນະມະຫາຊົນ ແລະ ຕາມ 5 ຫລັກມູນຂອງການສຶກສາ ຄື: ຄຸນສົມບັດສຶກສາ, ປັນຍາສຶກສາ, ສິລະປະສຶກສາ, ພາລະສຶກສາ ແລະ ແຮງງານສຶກສາ ເພື່ອກໍ່ສ້າງ:
1). ນັກວິຊາການທີ່ພຽບພ້ອມໄປດ້ວຍຄຸນສົມບັດສິນທຳປະຕິວັດ, ຮັກຊາດຮັກລະບອບໃຫມ່, ເຄົາລົບນັບຖືລະບຽບກົດຫມາຍບ້ານເມືອງ, ມີສະຕິຕໍ່ການປ່ຽນແປງທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ.
2). ນັກວິຊາການທີ່ມີຄວາມຮູ້ຄວາມສາມາດ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງສະຖາບັນການເງິນທັງພາກລັດ ແລະ ເອກະຊົນ, ສ້າງຕາມລະບົບພື້ນຖານການເງິນ-ການທະນາຄານ ເພື່ອຍົກສູງຄຸນນະພາບການສຶກສາໃຫ້ມີປະສິດທິພາບ.
3). ນັກວິຊາການລົງເລິກວິຊາສະເພາະ ສາມາດນໍາໃຊ້ຄວາມຮູ້ເຂົ້າໃນການບໍລິຫານທຸລະກິດອຸດສາຫະກຳຕ່າງໆໄດ້ຢ່າງສອດຄ່ອງເຫມາະສົມກັບສະພາບແວດລ້ອມທາງສັງຄົມ.
ໄລຍະເວລາການຮຽນ
ໄລຍະເວລາຮຽນທັງໝົດ 2 ປີ ແລະຮັບນັກສຶກສາທັງໝົດປະມານ 20 ຄົນຕໍ່ປີ, ໄລຍະເວລາເລີ່ມຮຽນ ເດືອນຕຸລາ ຂອງທຸກໆປີ, ຮຽນ ວັນເສົາ-ອາທິດ.
ເງື່ອນໄຂຂອງຜູ້ເຂົ້າສຶກສາ
ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມະຫາວິທະຍາໄລ ສຸພານຸວົງ ຈະຮັບນັກສຶກສາເຂົ້າຮຽນ ໂດຍມີເງື່ອນໄຂ ດັ່ງນີ້:
1). ຕ້ອງເປັນຜູ້ທີ່ມີຄຸນສົມບັດດີ, ບໍ່ຖືກປະຕິບັດວິໄນມາກ່ອນ, ມີຊີວະປະຫວັດຈະແຈ້ງ (ລາຍງານຕາມສະພາບຄວາມເປັນຈິງ).
2). ຕ້ອງເປັນຜູ້ທີ່ມີສຸຂະພາບແຂງແຮງດີ, ຖືກຕ້ອງຕາມມາດຖານຄວາມຕ້ອງການທາງດ້ານວິຊາສະເພາະຂອງສະຖາບັນການສຶກສາ, ມີຄວາມອົດທົນ ຂະຫຍັນຫມັ່ນພຽນ, ສະຫງວນມັກ ແລະ ຮັກວິຊາທີ່ຕົນເອງສຶກສາ.
3) ຕ້ອງເປັນຜູ້ສໍາເລັດການສຶກສາລະດັບອານຸປະລິນຍາຕີ ຫລື ທຽບເທົ່າ ໃນສາຂາວິຊາສະເພາະດຽວກັນ ແລະ ວິຊາສະເພາະທີ່ກ່ຽວຂ້ອງ ໂດຍມີຄະແນນສະສົມສະເລ່ຍ 2.00 ຂຶ້ນໄປ (CGPA ≥ 2.00).
ເນື້ອໃນໂຄງສ້າງຫຼັກສູດ
ຈໍານວນໜ່ວຍກິດທັງໝົດ
| ລ/ດ | ໝວດວິຊາ | ຈໍານວນວິຊາ | ໜ່ວຍກິດ |
|---|---|---|---|
| 1 | ໝວດວິຊາຄວາມຮູ້ທົ່ວໄປ | 4 | 8 ໜ່ວຍກິດ |
| 2 | ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ | 8 | 21 ໜ່ວຍກິດ |
| 3 | ໝວດວິຊາສະເພາະ | 13 | 40 ໜ່ວຍກິດ |
| 3.1 | ຮຽນຕົວຈິງ | 12 | 36 ໜ່ວຍກິດ |
| 3.2 | ຂຽນ ແລະ ປ້ອງກັນບົດໂຄງການຈົບຊັ້ນ | 1 | 4 ໜ່ວຍກິດ |
| 4 | ໝວດວິຊາເລືອກ | 1 | 2 ໜ່ວຍກິດ |
| ລວມທັງໝົດ | 26 ວິຊາ | 71 ໜ່ວຍກິດ | |