Bachelor of Business Administration Continuing Majoring in General Business Management.
ຫລັກສູດຕໍ່ເນື່ອງປະລິນຍາຕີ ບໍລິຫານທຸລະກິດ ສາຂາວິຊາບໍລິຫານທຸລະກິດທົ່ວໄປ
ຊື່ຫຼັກສູດ
ພາສາລາວ: ຫລັກສູດຕໍ່ເນື່ອງປະລິນຍາຕີ ບໍລິຫານທຸລະກິດ ສາຂາວິຊາບໍລິຫານທຸລະກິດທົ່ວໄປ.
ພາສາອັງກິດ: Bachelor of Business Administration Continuing Majoring in General Business Management.
ຊື່ປະກາສະນີຍະບັດ
ພາສາລາວ: ປະລິນຍາຕີບໍລິຫານທຸລະກິດ (ບໍລິຫານທຸລະກິດທົ່ວໄປ).
ຊື່ຫຍໍ້ພາສາລາວ: ປຕ.ບທປ. (ບໍລິຫານທຸລະກິດທົ່ວໄປ).
ພາສາອັງກິດ: Bachelor of Business Administration Majoring in General Business Management.
ຊື່ຫຍໍ້ພາສາອັງກິດ: B.B.A. (GBM).
ຈຸດປະສົງຂອງຫຼັກສູດ
ຫລັກສູດນີ້ສ້າງຂຶ້ນຕາມການພັດທະນາຊັບພະຍາກອນມະນຸດໃຫ້ເປັນໄປຕາມ 3 ລັກສະນະ ຄື: ລັກສະນະຊາດ, ລັກສະນະວິທະຍາສາດທັນສະໄຫມ ແລະ ລັກສະນະມະຫາຊົນ ແລະ ຕາມ 5 ຫລັກມູນຂອງການສຶກສາ ຄື: ຄຸນສົມບັດສຶກສາ, ປັນຍາສຶກສາ, ສິລະປະສຶກສາ, ແຮງງານສຶກສາ ແລະ ພາລະສຶກສາ ເພື່ອກໍ່ສ້າງ:
1) ນັກບໍລິຫານທີ່ພຽບພ້ອມໄປດ້ວຍຄຸນສົມບັດສິນທຳປະຕິວັດ, ຮັກຊາດຮັກລະບອບໃຫມ່, ເຄົາລົບນັບຖືລະບຽບກົດຫມາຍບ້ານເມືອງ, ມີສະຕິຕໍ່ການປ່ຽນແປງທາງດ້ານເສດຖະກິດ - ສັງຄົມ ແລະ ສິ່ງແວດລ້ອມ.
2) ນັກບໍລິຫານທີ່ມີຄວາມພ້ອມໃນການນໍາໃຊ້ຄວາມຮູ້, ຄວາມສາມາດ ແລະ ທັກສະທາງດ້ານການບໍລິຫານເຂົ້າໃນການປະຕິບັດວຽກງານຕົວຈິງໄດ້ທັງພາກລັດ, ເອກະຊົນ ແລະ ການປະກອບທຸລະກິດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
3) ນັກວິຊາການທີ່ລົງເລິກວິຊາສະເພາະ ສາມາດນໍາໃຊ້ຄວາມຮູ້ເຂົ້າໃນການບໍລິຫານທຸລະກິດຕ່າງໆ ໄດ້ຢ່າງສອດຄ່ອງເຫມາະສົມກັບສະພາບແວດລ້ອມ ແລະ ຄວາມກ້າວຫນ້າທາງດ້ານເຕັກໂນໂລຊີ.
4) ສ້າງນັກວິຊາການທາງການບໍລິຫານທີ່ມີຄວາມຊໍານານ ໃນການວິເຄາະ, ການຕັດສິນໃຈໃນການປະຕິບັດວຽກງານ ແລະ ມີຫົວຄິດປະດິດສ້າງ ສາມາດນໍາເອົານະວັດຕະກໍາໃຫມ່ມາຫມູນໃຊ້ໃນການບໍລິຫານ.
5) ສ້າງນັກວິຊາການໃຫ້ມີຄວາມຮູ້ທາງດ້ານການວາງແຜນ, ການບໍລິຫານຄຸ້ມຄອງທຸລະກິດ ແລະ ອົງການຕ່າງ.
6) ນັກສຶກສາສາມາດວິໄຈບັນຫາທາງດ້ານທຸລະກິດ ແລະ ຊອກຫາແນວທາງແກ້ໄຂໄດ້ຢ່າງເຫມາະສົມກັບສະພາບຄວາມເປັນຈີງ.
7) ເປັນນັກສົ່ງເສີມ, ວາງແຜນແຜນພັດທະນາທຸລະກິດ.
8) ເປັນຜູ້ປະກອບການທຸລະກິດທີ່ມີປະສິດທິພາບສູງຮູ້ວິທີການຫມູນໃຊ້ຂໍ້ມູນຂ່າວສານເຂົ້າໃນການວາງແຜນຍຸດທະສາດຂອງທຸລະກິດໄດ້ຢ່າງຖືກຕ້ອງ.
ໄລຍະເວລາການຮຽນ
ໄລຍະເວລາຮຽນທັງໝົດ 2 ປີ ແລະຮັບນັກສຶກສາທັງໝົດປະມານ 20 ຄົນຕໍ່ປີ, ໄລຍະເວລາເລີ່ມຮຽນ ເດືອນຕຸລາ ຂອງທຸກໆປີ, ຮຽນ ວັນເສົາ-ອາທິດ.
ເງື່ອນໄຂຂອງຜູ້ເຂົ້າສຶກສາ
ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມະຫາວິທະຍາໄລສຸພານຸວົງ ຈະຮັບນັກສຶກສາເຂົ້າຮຽນ ໂດຍມີເງື່ອນໄຂ ດັ່ງນີ້:
1) ຕ້ອງເປັນຜູ້ທີ່ມີຄຸນສົມບັດດີ, ບໍ່ຖືກປະຕິບັດວິໄນມາກ່ອນ, ມີຊີວະປະຫວັດຈະແຈ້ງ (ລາຍງານຕາມສະພາບຄວາມເປັນຈິງ).
2) ຕ້ອງເປັນຜູ້ທີ່ມີສຸຂະພາບແຂງແຮງດີ, ມີຄວາມອົດທົນ ຂະຫຍັນຫມັ່ນພຽນ, ສະຫງວນມັກ ແລະ ຮັກວິຊາທີ່ຕົນເອງສຶກສາ.
3) ຕ້ອງເປັນຜູ້ສໍາເລັດການຮຽນລະດັບຊັ້ນສູງ ຫລື ທຽບເທົ່າຊັ້ນສູງ ໃນສາຂາວິຊາສະເພາະບໍລິຫານທຸລະກິດ, ການບໍລິຫານ ຫລື ສາຂາວິຊາທີ່ກ່ຽວຂ້ອງ ໂດຍມີຄະແນນສະສົມສະເລ່ຍ 2.5 ຂຶ້ນໄປ (CGPA ≥ 2.5).
4) ເປັນຜູ້ທີ່ມີປະສົບການເຮັດວຽກຢ່າງຫນ້ອຍ 2 ປີຂຶ້ນໄປ.
ເນື້ອໃນໂຄງສ້າງຫຼັກສູດ
ໝວດວິຊາ ສາຂາວິຊາການບໍລິຫານທຸລະກິດ
ຕາຕະລາງສະຫຼຸບໜ່ວຍກິດ ແລະ ຕາຕະລາງລາຍວິຊາ 4 ພາກຮຽນ
ຈໍານວນໜ່ວຍກິດທັງໝົດ
| ລ/ດ | ໝວດວິຊາ | ຈໍານວນວິຊາ | ໜ່ວຍກິດ |
|---|---|---|---|
| 1 | ໝວດວິຊາຄວາມຮູ້ທົ່ວໄປ | 5 | 10 ໜ່ວຍກິດ |
| 2 | ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ | 7 | 21 ໜ່ວຍກິດ |
| 3 | ໝວດວິຊາສະເພາະ | 12 | 39 ໜ່ວຍກິດ |
| 3.1 | ຮຽນຕົວຈິງ | 11 | 33 ໜ່ວຍກິດ |
| 3.2 | ຂຽນ ແລະ ປ້ອງກັນບົດໂຄງການຈົບຊັ້ນ | 1 | 6 ໜ່ວຍກິດ |
| 4 | ໝວດວິຊາເລືອກ | 1 | 2 ໜ່ວຍກິດ |
| ລວມທັງໝົດ | 25 ວິຊາ | 72 ໜ່ວຍກິດ | |
ປີທີ I — ພາກຮຽນ I
| ລ/ດ | ລະຫັດວິຊາ | ລາຍວິຊາ | ໜ່ວຍກິດ | ຊົ່ວໂມງສອນ | ລວມຊົ່ວໂມງສອນ | ||||
|---|---|---|---|---|---|---|---|---|---|
| ທິດສະດີ (X) | ປະຕິບັດ (Y) | ດ້ວຍຕົນເອງ (Z) | ຕໍ່ອາທິດ | ຕໍ່ເດືອນ | ພາກຮຽນ | ||||
| 1 | 3406 1111 | ການເມືອງ | 2 | 2 | 0 | 4 | 6 | 24 | 96 |
| 2 | 3406 1112 | ຄອມພິວເຕີ | 2 | 2 | 0 | 4 | 6 | 24 | 96 |
| 3 | 3406 1113 | ພາສາອັງກິດທຸລະກິດ 1 | 2 | 0 | 2 | 4 | 6 | 24 | 96 |
| 4 | 3406 2111 | ຫຼັກເສດຖະສາດ | 3 | 2 | 2 | 5 | 9 | 36 | 144 |
| 5 | 3406 2112 | ຫຼັກການບໍລິຫານ | 3 | 2 | 2 | 5 | 9 | 36 | 144 |
| 6 | 3406 2113 | ຫຼັກການບັນຊີ | 3 | 2 | 2 | 5 | 9 | 36 | 144 |
| 7 | 3406 2114 | ຫຼັກການຕະຫຼາດ | 3 | 2 | 2 | 5 | 9 | 36 | 144 |
| ລວມ | 18 | 12 | 10 | 32 | 54 | 216 | 864 | ||
ປີທີ I — ພາກຮຽນ II
| ລ/ດ | ລະຫັດວິຊາ | ລາຍວິຊາ | ໜ່ວຍກິດ | ຊົ່ວໂມງສອນ | ລວມຊົ່ວໂມງສອນ | ||||
|---|---|---|---|---|---|---|---|---|---|
| ທິດສະດີ (X) | ສໍາມະນາ (Y) | ກິດຈະກໍາ (Z) | ຕໍ່ອາທິດ | ຕໍ່ເດືອນ | ພາກຮຽນ | ||||
| 1 | 3406 1124 | ພາສາອັງກິດທຸລະກິດ 2 | 2 | 0 | 2 | 4 | 6 | 24 | 96 |
| 2 | 3406 1125 | ສະຖິຕິພື້ນຖານ | 2 | 0 | 2 | 4 | 6 | 24 | 96 |
| 3 | 3406 2125 | ຫລັກການລົງທຶນ | 3 | 2 | 2 | 5 | 9 | 36 | 144 |
| 4 | 3406 2124 | ຈັນຍາບັນທາງທຸລະກິດ | 3 | 2 | 2 | 5 | 9 | 36 | 144 |
| 5 | 3406 2125 | ຄວາມເປັນຜູ້ປະກອບການ | 3 | 2 | 2 | 5 | 9 | 36 | 144 |
| 6 | 3406 3121 | ບັນຊີບໍລິຫານ | 3 | 2 | 2 | 5 | 9 | 36 | 144 |
| 7 | 3406 3122 | ການບໍລິຫານຂໍ້ມູນຂ່າວສານ | 3 | 2 | 2 | 5 | 9 | 36 | 144 |
| ລວມ | 19 | 10 | 14 | 33 | 57 | 228 | 912 | ||
ປີທີ II — ພາກຮຽນ I
| ລ/ດ | ລະຫັດວິຊາ | ລາຍວິຊາ | ໜ່ວຍກິດ | ຊົ່ວໂມງສອນ | ລວມຊົ່ວໂມງສອນ | ||||
|---|---|---|---|---|---|---|---|---|---|
| ທິດສະດີ (X) | ສໍາມະນາ (Y) | ກິດຈະກໍາ (Z) | ຕໍ່ອາທິດ | ຕໍ່ເດືອນ | ພາກຮຽນ | ||||
| 1 | 3406 3213 | ການບໍລິຫານການເງິນ | 3 | 2 | 2 | 5 | 9 | 36 | 144 |
| 2 | 3406 3214 | ການບໍລິຫານການຜະລິດ ແລະ ການປະຕິບັດການ | 3 | 2 | 2 | 5 | 9 | 36 | 144 |
| 3 | 3406 3215 | ການບໍລິຫານການຕະຫລາດ | 3 | 2 | 2 | 5 | 9 | 36 | 144 |
| 4 | 3406 3216 | ການບໍລິຫານທຸລະກິດຂະໜາດນ້ອຍ | 3 | 2 | 2 | 5 | 9 | 36 | 144 |
| 5 | 3406 3217 | ການບໍລິຫານໂລຈິສຕິກ | 3 | 2 | 2 | 5 | 9 | 36 | 144 |
| 6 | 3406 3218 | ການບໍລິຫານໂຄງການ | 3 | 2 | 2 | 5 | 9 | 36 | 144 |
| 📌 ໂຄງການທັດສະນະສຶກສາ | |||||||||
| ລວມ | 18 | 12 | 12 | 30 | 54 | 216 | 864 | ||
ປີທີ II — ພາກຮຽນ II
| ລ/ດ | ລະຫັດວິຊາ | ລາຍວິຊາ | ໜ່ວຍກິດ | ຊົ່ວໂມງສອນ | ລວມຊົ່ວໂມງສອນ | ||||
|---|---|---|---|---|---|---|---|---|---|
| ທິດສະດີ (X) | ສໍາມະນາ (Y) | ກິດຈະກໍາ (Z) | ຕໍ່ອາທິດ | ຕໍ່ເດືອນ | ພາກຮຽນ | ||||
| 1 | 3406 3229 | ບໍລິຫານຊັບພະຍາກອນມະນຸດ | 3 | 2 | 2 | 5 | 9 | 36 | 144 |
| 2 | 3406 32210 | ການບໍລິຫານຍຸດທະສາດ | 3 | 2 | 2 | 5 | 9 | 36 | 144 |
| 3 | 3406 32211 | ວິທີວິໄຈທາງທຸລະກິດ | 3 | 2 | 2 | 5 | 9 | 36 | 144 |
| 4 | 3406 4221 | ສໍາມະນາທາງທຸລະກິດ | 2 | 2 | 0 | 4 | 6 | 24 | 96 |
| — | 3406 32212 | ຂຽນ ແລະ ປ້ອງກັນບົດໂຄງການຈົບຊັ້ນ | 6 | 0 | 4 | 14 | 18 | 72 | 288 |
| ລວມ | 17 | 8 | 10 | 33 | 51 | 204 | 816 | ||
ຫຼັກສູດການຮຽນການສອນ
- ສາຂາວິຊາ ເສດຖະສາດ
- ສາຂາວິຊາ ການຄ້າສາກົນ
- ສາຂາວິຊາ ບໍລິຫານທຸລະກິດທົ່ວໄປ
- ສາຂາວິຊາ ທຸລະກິດລະຫວ່າງປະເທດ
- ສາຂາວິຊາ ທຸລະກິດໄອທີ
- ສາຂາວິຊາ ບໍລິການການທ່ອງທ່ຽວ
- ສາຂາວິຊາ ການໂຮງແຮມ
- ຫຼັກສູດຕໍ່ເນື່ອງ ບໍລິຫານທຸລະກິດ
- ຫຼັກສູດຕໍ່ເນື່ອງ ການເງິນການທະນາຄານ
- ຫຼັກສູດຕໍ່ເນື່ອງ ບໍລິຫານການທ່ອງທ່ຽວ ແລະ ການໂຮງແຮມ
- ຫຼັກສູດປະລິນຍາໂທ ເສດຖະສາດ
- ຫຼັກສູດປະລິນຍາໂທ ບໍລິຫານທຸລະກິດ
- ຫຼັກສູດນາໆຊາດ ສາຂາວິຊາ ບໍລິຫານການທ່ອງທ່ຽວ
ດາວໂຫລດເອກະສານທີ່ກ່ຽວຂ້ອງ
- ໃບສະໝັກສອບເສັງເຂົ້າປະລິນຍາຕີພາກປົກກະຕິ
- ໃບສະໝັກສອບເສັງເຂົ້າຕໍ່ເນື່ອງປະລິນຍາຕີ
- ໃບສະໝັກສອບເສັງເຂົ້າ ຫຼັກສູດສາກົນ
- ໃບຄຳຮ້ອງຂໍສອບເສັງເຂົ້າຮຽນປະລິນຍາໂທ
- ໜັງສືສະເໜີຂໍລາພັກ
- ໜັງສືສະເໜີ ຂໍໃບຄະແນນ
- ໜັງສືສະເໜີ ຂໍໃບຢັ້ງຢືນການສຶກສາ
- ໜັງສືສະເໜີ ຂໍຂໍ້ມູນ