Accounting
ສາຂາວິຊາການບັນຊີ
ສ້າງ ແລະ ພັດທະນາຄວາມຮູ້ໃຫ້ແກ່ນັກສຶກສາ ໃຫ້ກາຍເປັນນັກວິຊາການທາງການບັນຊີ ນັກບໍລິຫານການບັນຊີ ໃຫ້ມີຄວາມເປັນມືອາຊີບທຽບເທົ່າສາກົນ ເພື່ອຮັບໃຊ້ໃນຂົງເຂດການເງິນ ການທະນາຄານ ທັງພາຍໃນ ແລະ ພາກພື້ນ.
About Accounting
ກ່ຽວກັບສາຂາວິຊາ?
ສາຂາວິຊາການບັນຊີ ພວກເຮົາເນັ້ນສ້າງບັນດິດທີ່ມີຄວາມຮູ້ທາງດ້ານວິຊາສະເພາະ, ມີທັກສະທາງການບັນຊີເນັ້ນທັງທິດສະດີ ແລະພາກປະຕິບັດ, ສາມາດໃຊ້ເທັກໂນໂລຍີ່ຂໍ້ມູນຂ່າວສານ ທາງການບັນຊີ,ວິເຄາະຂໍ້ມູນທາງດ້ານການເງິນ ແລະ ການບັນຊີ ແລະ ສາມາດນຳສະເໜີລາຍງານທາງການເງິນ ຂອງອົງກອນໄດ້ຢ່າງຖຶກຕ້ອງ, ໜ້າເຊື່ອຖຶ, ມີຄວາມຄິດສ້າງສັນ, ມີຄຸນສົມບັດ, ມີຈັນຍາບັນວິຊາຊີບທາງດ້ານການບັນຊີ ແລະ ສາມາດພັດທະນາວິຊາຊີບທາງການບັນຊີ.


ຮຽນສາຂາວິຊາການບັນຊີ ປະກອບອາຊີບຫຍັງໄດ້ແດ່?
ນັກສຶກສາທີ່ຮຽນຈົບຈາກ ສາຂາວິຊາການບັນຊີ ສາມາດປະກອບອາຊີບໄດ້ທັງງພາກລັດ, ເອກະຊົນ, ໂຄງການຕ່າງໆທີ່ກ່ຽວຂ້ອງ ດັ່ງນີ້:
- ພະນັກງານບັນຊີ,ພະນັກງານບັນຊີບໍລິຫານ
- ຜູ້ຮັບເຮັດບັນຊີ
- ຜູ້ກວດສອບພາຍໃນ
- ເປັນທີ່ປຶກສາດ້ານບັນຊີ, ດ້ານການເງິນ
- ພະນັກງານທະນາຄານ
- ພະນັກງານລັດ
ທຼັກສະຈາກການສຳເລັດຫຼັກສູດນີ້:
ນັກບັນຊີທີ່ມີຄວາມພ້ອມໃນການນໍາໃຊ້ຄວາມຮູ້, ຄວາມສາມາດ ແລະ ທັກສະທາງດ້ານການບັນຊີເຂົ້າໃນການປະຕິບັດວຽກງານຕົວຈິງໄດ້ທັງພາກລັດ, ເອກະຊົນ ແລະ ການປະກອບທຸລະກິດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ນັກວິຊາການທີ່ລົງເລິກວິຊາສະເພາະ ສາມາດນໍາໃຊ້ຄວາມຮູ້ໄປພັດທະນາວິຊາຊີບທາງການບັນຊີ ແລະ ສ້າງນັກວິຊາການທາງດ້ານການບັນຊີໃຫ້ພັດທະນາໄປເປັນທີ່ປຶກສາທາງດ້ານການບັນຊີ
ສ້າງນັກວິຊາການທາງການບັນຊີທີ່ມີຄວາມຊໍານານ ໃນການວິເຄາະ, ການຕັດສິນໃຈໃນການປະຕິບັດວຽກງານ ແລະ ມີຫົວຄິດປະດິດສ້າງ ສາມາດນໍາເອົານະວັດຕະກໍາໃຫມ່ມາຫມູນໃຊ້ໃນການປະຕິບັດວຽກງານ.
Our Courses
ການບັນຊີ
ຮຽນວິຊາຫຍັງແດ່?
ການຈັດຕັັ້ງການຮຽນ-ການສອນ ຫຼັກສູດປະລິນຍາຕີບໍລິຫານທຸລະກິດ ສາຂາວິຊາການບັນຊີ ມີກໍານົດ 4 ປີຮຽນ (4 ສົກສ ກສາ ປະກອບມີ 8 ພາກຮຽນ) ສູງສຸດບໍ່ເກີນ 6 ປີ (12 ພາກຮຽນ). ກຸ່ມວິຊາສະເພາະທີ່ໄດ້ເປີດສອນໃນຫຼັກສູດ ມີດັ່ງນີ້:
- ຫຼັກການບັນຊີ
- ບັນຊີວິສາຫະກິດ
- ບັນຊີທະນາຄານ
- ບັນຊີແຫ່ງລັດ
- ບັນຊີລະຫວ່າງປະເທດ
- ການກວດສອບບັນຊີ

Course all subjects
ລາຍວິຊາຮຽນ ທັງໝົດ
ພາກຮຽນທີ 1
- ການເມືອງ
- ຈິດຕະວິທະຍາ
- ລາວສຶກສາ I
- ລາວສຶກສາ II
- ຄອມພິວເຕີພື້ນຖານ
- ສຶກສາປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ
- ພາສາອັງກິດສໍາລັບ ການສື່ສານ I
- ຄະນິດສາດສຳລັບທຸລະກິດ
ພາກຮຽນທີ 2
- ພາສາອັງກິດ II
- ທຸລະກິດເບື້ອງຕົ້ນ
- ສະຖິຕິພື້ນຖານ
- ຫຼັກເສດຖະສາດ
- ຫຼັກການບໍລິຫານ
- ຫຼັກການຕະຫລາດ
ພາກຮຽນທີ 3
- ພາສາອັງກິດທຸລະກິດ I
- ຫຼັກການບັນຊີ
- ສະຖິຕິສຳລັບການບັນຊີ
- ກົດຫມາຍທຸລະກິດ
- ການວິເຄາະປະລິມານທາງທຸລະກິດ
- ຈັນຍາບັນທາງທຸລະກິດ
ພາກຮຽນທີ 4
- ພາສາອັງກິດທຸລະກິດ II
- ບັນຊີບໍລິຫານ
- ລະບົບຂໍ້ມູນຂ່າວສານທາງການບັນຊີ
- ບັນຊີວິສາຫະກິດ 1
- ພາສີອາກອນ
- ການເງິນທຸລະກິດ
ພາກຮຽນທີ 5
- ພາສາອັງກິດທຸລະກິດ III
- ບັນຊີທະນາຄານ I
- ບັນຊີງົບປະມານແຫ່ງຊາດ
- ບັນຊີວິສາຫະກິດ 2
- ການບໍລິຫານການເງິນ
- ການດໍາເນີນງານບໍລິສັດຂ້າມຊາດ
- ວິຊາເລືອກ 1
ພາກຮຽນທີ 6
- ພາສາອັງກິດທຸລະກິດ IV
- ບັນຊີທະນາຄານ II
- ບັນຊີໂຄງການ
- ບັນຊີລະຫວ່າງປະເທດ
- ການອອກແບບ ແລະ ຕິດຕັ້ງລະບົບບັນຊີ
- ການກວດສອບບັນຊີ
- ວິຊາເລືອກ 2
ພາກຮຽນທີ 7
- ບັນຊີເພື່ອການວາງແຜນ ແລະ ຄວມຄຸມ
- ການຕິດຕາມ ແລະ ປະເມີນຜົນໂຄງການ
- ການວິເຄາະລາຍງານການເງິນ
- ກວດສອບບັນຊີແຫ່ງລັດ
- ວິທີວິໄຈທາງການບັນຊີ
- ສໍາມະນາທາງການບັນຊີ
ພາກຮຽນທີ 8
- ລົງຝຶກຫັດງານ
- ປ້ອງກັນບົດໂຄງການຈົບຊັ້ນ