Hospitality
ສາຂາວິຊາ
ບໍລິຫານການໂຮງແຮມ
ຮຽນຮູ້ທັກສະການບໍລິຫານໂຮງແຮມແບບມືອາຊີບ ຕັ້ງແຕ່ການຈັດການຫ້ອງພັກ ການບໍລິການອາຫານ ການເງິນໂຮງແຮມ ການບໍລິຫານຊັບພະຍາກອນມະນຸດ ການຄວບຄຸມຄຸນນະພາບ ຈົນເຖິງການບໍລິການລູກຄ້າລະດັບສາກົນ.
About Hospitality
ກ່ຽວກັບສາຂາວິຊາ?
ຫລັກສູດບໍລິຫານການໂຮງແຮມ ທີ່ຈັດການຮຽນການສອນແບບປະສົມປະສານຫຼັກສູດພາສາລາວ ແຕ່ໄດ້ຮຽນພາສາອັງກິດ, ພາສາເກົາຫຼີ ແລະ ພາສາຈີນ ເພື່ອກໍ່ສ້າງ ນັກວິຊາການໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະທີ່ເນັ້ນການປະຕິບັດວຽກງານຕົວຈິງຮ່ວມກັບທຸລະກິດໂຮງແຮມ ໃຫ້ມີຄວາມຊໍານານໃນການໃຫ້ບໍລິການ, ການປະຕິບັດວຽກງານຕົວຈິງຢ່າງມືອາຊີບ ໃນອຸດສາຫະກໍາການໂຮງແຮມ, ຮ້ານອາຫານ, ສະປາ ແລະ ເປັນຜູ້ປະກອບກິດຈະການບໍລິການ.
ບໍລິຫານການໂຮງແຮມ
ປະກອບອາຊີບຫຍັງໄດ້ແດ່?
ນັກສຶກສາທີ່ຮຽນຈົບຈາກ ສາຂາວິຊາບໍລິຫານການໂຮງແຮມ ສາມາດປະກອບອາຊີບໄດ້ທັງງພາກລັດ, ເອກະຊົນ, ໂຄງການຕ່າງໆທີ່ກ່ຽວຂ້ອງ ດັ່ງນີ້:
- ອາຊີບຕໍາແໜ່ງງານຕ່າງໆ ໃນໂຮງແຮມ
- ຮ້ານອາຫານ ແລະ ສະປາ
- ເປັນຜູ້ປະກອບກິດຈະການບໍລິການຕາມຄວາມສົນໃຈຂອງຜູ້ສຶກສາ
ທຼັກສະຈາກການສຳເລັດຫຼັກສູດນີ້:
ທັກສະການບໍລິຫານການດຳເນີນງານ
ສາມາດຄວບຄຸມລະບົບໂຮງແຮມທຸກພາກສ່ວນ ແລະ ເພີ່ມປະສິດທິພາບການເຮັດວຽກ
ທັກສະການບໍລິການລູກຄ້າເປັນເລີດ
ສ້າງປະສົບການທີ່ປະທັບໃຈ ແລະ ແກ້ໄຂບັນຫາລູກຄ້າຢ່າງມືອາຊີບ
ທັກສະການຄຸ້ມຄອງງົບປະມານ
ວິເຄາະລາຍຈ່າຍ ຄວບຄຸມຕົ້ນທຶນ ແລະ ເພີ່ມລາຍໄດ້ໃຫ້ໂຮງແຮມ
Our Courses
ບໍລິຫານການໂຮງແຮມ
ຮຽນວິຊາຫຍັງແດ່?
ການຈັດຕັັ້ງການຮຽນ-ການສອນ ຫຼັກສູດປະລິນຍາຕີບໍລິຫານ ສາຂາວິຊາບໍລິຫານການໂຮງແຮມ ມີກໍານົດ 4 ປີຮຽນ (4 ສົກສ ກສາ ປະກອບມີ 8 ພາກຮຽນ) ສູງສຸດບໍ່ເກີນ 6 ປີ (12 ພາກຮຽນ). ລາຍວິຊາສຳຄັນທີ່ໄດ້ເປີດສອນໃນຫຼັກສູດ ມີດັ່ງນີ້:
- ຄວາມຮູ້ກ່ຽວກັບອຸດສາຫະກຳທີ່ພັກ
- ສິລະປະການຕົກແຕ່ງ
- ການບໍລິຫານໂຮງແຮມ ແລະ ລີສອດ
- ການບໍລິຫານທຸລະກິດປະຊຸມ ແລະ ການວາງສະແດງ
- ການບໍລິຫານທຸລະກິດສະປາ
- ສີລະປະການປຸງແຕ່ງອາຫານ ແລະ ເຄື່ອງດື່ມ
- ການຕະຫຼາດສຳລັບການໂຮງແຮມ
- ເຕັກໂນໂລຊີການສື່ສານສຳລັບການໂຮງແຮມ
- ການຈັດການພັດຕະຄານ ແລະ ງານລ້ຽງ
- ການບໍລິຫານທຸລະກິດປະຊຸມ ແລະ ການວາງສະແດງ
Course all subjects
ລາຍວິຊາຮຽນ ທັງໝົດ
ພາກຮຽນທີ 1
- ການເມືອງ
- ຈິດຕະວິທະຍາ
- ລາວສຶກສາ I
- ລາວສຶກສາ II
- ສຶກສາປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ
- ຄອມພິວເຕີພື້ນຖານ
- ພາສາອັງກິດ I
- ມາລະຍາດສາກົນ ແລະ ວັດທະນະທຳການສື່ສານ
ພາກຮຽນທີ 2
- ພາສາອັງກິດ II
- ປະຫວັດສາດສຳລັັບການທ່ອງທ່ຽວ
- ພູມສາດສຳລັບການທ່ອງທ່ຽວ
- ກົດໝາຍທຸລະກິດ ແລະ ການທ່ອງທ່ຽວ
- ສະຖິຕິພື້ນຖານ
- ຄວາມຮູ້ເບື້ອງຕົ້ນກ່ຽວກັບອຸດສະຫະກຳການທ່ອງທ່ຽວ
- ຄວາມຮູ້ເບື້ອງຕົ້ນກ່ຽວກັບການບໍລິຫານ
ພາກຮຽນທີ 3
- ພາສາອັງກິດທຸລະກິດການໂຮງແຮມ 1
- ຄວາມຮູ້ພື້ນຖານກ່ຽວກັບອຸດສາຫະກຳທີ່ພັກ
- ຫຼັກການບັນຊີ
- ຈັນຍາບັນໃນທຸລະກິດການບໍລິການ
- ສິລະປະການຕົກແຕ່ງ
- ການບໍລິຫານໂຮງແຮມ ແລະ ລີສອດ
ພາກຮຽນທີ 4
- ພາສາອັງກິດທຸລະກິດ II
- ການເງິນທາງການໂຮງແຮມ
- ການດຳເນີນງານພະແນກສ່ວນໜ້າ
- ການດຳເນີນງານພະແນກແມ່ບ້ານ
- ການບໍລິຫານທຸລະກິດປະຊຸມ ແລະ ການວາງສະແດງ
- ການຈັດກິດຈະກຳເພື່ອການທ່ອງທ່ຽວ
ພາກຮຽນທີ 5
- ພາສາອັງກິດສຳລັບການໂຮງແຮມ 1
- ພາສາຕ່າງປະເທດ 1 (ພາສາຈີນ)
- ການບໍລິຫານຊັບພະຍາກອນມະນຸດໃນທຸລະກິດໂຮງແຮມ
- ການບໍລິຫານທຸລະກິດສະປາ
- ການດຳເນີນງານພະແນກອາຫານ ແລະ ເຄື່ອງດື່ມ
- ວິຊາເລືອກ 1
ພາກຮຽນທີ 6
- ພາສາອັງກິດສຳລັບໂຮງແຮມ 2
- ພາສາຕ່າງປະເທດ 2 (ພາສາຈີນ)
- ການບໍລິການອາຫານ ແລະ ເຄື່ອງດື່ມ
- ການຄວບຄຸມຕົ້ນທຶນອາຫານ ແລະ ເຄື່ອງດື່ມ
- ສີລະປະການປຸງແຕ່ງອາຫານ ແລະ ເຄື່ອງດື່ມ
- ການຈັດການພັດຕະຄານ ແລະ ງານລ້ຽງ
- ວິຊາເລືອກ 2
ພາກຮຽນທີ 7
- ການຕະຫຼາດສຳລັບການໂຮງແຮມ
- ຍຸດທະສາດສຳລັບການທ່ອງທ່ຽວ ແລະ ການໂຮງແຮມ
- ພາສາອັງກິດສຳລັບການສື່ສານ
- ເຕັກໂນໂລຊີການສື່ສານສຳລັບການໂຮງແຮມ
- ວິທີວິໄຈທາງການໂຮງແຮມ
- ສຳມະນາທຸລະກິດທາງການໂຮງແຮມ
ພາກຮຽນທີ 8
- ລົງຝຶກຫັດງານ
- ປ້ອງກັນບົດໂຄງການຈົບຊັ້ນ