CGBM

Bachelor of Business Administration Continuing Majoring in General Business Management.

ຫລັກສູດຕໍ່ເນື່ອງປະລິນຍາຕີ ບໍລິຫານທຸລະກິດ ສາຂາວິຊາບໍລິຫານທຸລະກິດທົ່ວໄປ

ຊື່ຫຼັກສູດ

ພາສາລາວ: ຫລັກສູດຕໍ່ເນື່ອງປະລິນຍາຕີ ບໍລິຫານທຸລະກິດ ສາຂາວິຊາບໍລິຫານທຸລະກິດທົ່ວໄປ.

ພາສາອັງກິດ: Bachelor of Business Administration Continuing Majoring in General Business Management.

ຊື່ປະກາສະນີຍະບັດ

ພາສາລາວ: ປະລິນຍາຕີບໍລິຫານທຸລະກິດ (ບໍລິຫານທຸລະກິດທົ່ວໄປ).

ຊື່ຫຍໍ້ພາສາລາວ: ປຕ.ບທປ. (ບໍລິຫານທຸລະກິດທົ່ວໄປ).

ພາສາອັງກິດ: Bachelor of Business Administration Majoring in General Business Management.

ຊື່ຫຍໍ້ພາສາອັງກິດ: B.B.A. (GBM).

ຈຸດປະສົງຂອງຫຼັກສູດ

ຫລັກສູດນີ້ສ້າງຂຶ້ນຕາມການພັດທະນາຊັບພະຍາກອນມະນຸດໃຫ້ເປັນໄປຕາມ 3 ລັກສະນະ ຄື: ລັກສະນະຊາດ, ລັກສະນະວິທະຍາສາດທັນສະໄຫມ ແລະ ລັກສະນະມະຫາຊົນ ແລະ ຕາມ 5 ຫລັກມູນຂອງການສຶກສາ ຄື: ຄຸນສົມບັດສຶກສາ, ປັນຍາສຶກສາ, ສິລະປະສຶກສາ, ແຮງງານສຶກສາ ແລະ ພາລະສຶກສາ ເພື່ອກໍ່ສ້າງ:

1) ນັກບໍລິຫານທີ່ພຽບພ້ອມໄປດ້ວຍຄຸນສົມບັດສິນທຳປະຕິວັດ, ຮັກ​ຊາດ​ຮັກ​ລະບອບ​ໃຫມ່, ເຄົາລົບນັບຖືລະບຽບກົດຫມາຍບ້ານເມືອງ, ມີ​ສະຕິ​ຕໍ່ການປ່ຽນແປງທາງດ້ານເສດຖະກິດ -​ ສັງຄົມ ແລະ ສິ່ງ​ແວດ​ລ້ອມ.

2) ນັກບໍລິຫານທີ່ມີຄວາມພ້ອມໃນການນໍາໃຊ້ຄວາມຮູ້, ຄວາມສາມາດ ແລະ ທັກສະທາງດ້ານການບໍລິຫານເຂົ້າໃນການປະຕິບັດວຽກງານຕົວຈິງໄດ້ທັງພາກລັດ, ເອກະຊົນ ແລະ ການປະກອບທຸລະກິດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

3) ນັກວິຊາການທີ່ລົງເລິກວິຊາສະເພາະ ສາມາດນໍາໃຊ້ຄວາມຮູ້ເຂົ້າໃນການບໍລິຫານທຸລະກິດຕ່າງໆ ໄດ້ຢ່າງສອດຄ່ອງເຫມາະສົມກັບສະພາບແວດລ້ອມ ແລະ ຄວາມກ້າວຫນ້າທາງດ້ານເຕັກໂນໂລຊີ.

4) ສ້າງນັກວິຊາການທາງການບໍລິຫານທີ່ມີຄວາມຊໍານານ ໃນການວິເຄາະ, ການຕັດສິນໃຈໃນການປະຕິບັດວຽກງານ ແລະ ມີຫົວຄິດປະດິດສ້າງ ສາມາດນໍາເອົານະວັດຕະກໍາໃຫມ່ມາຫມູນໃຊ້ໃນການບໍລິຫານ.

5) ສ້າງນັກວິຊາການໃຫ້ມີຄວາມຮູ້ທາງດ້ານການວາງແຜນ, ການບໍລິຫານຄຸ້ມຄອງທຸລະກິດ ແລະ ອົງການຕ່າງ.

6) ນັກສຶກສາສາມາດວິໄຈບັນຫາທາງດ້ານທຸລະກິດ ແລະ ຊອກຫາແນວທາງແກ້ໄຂໄດ້ຢ່າງເຫມາະສົມກັບສະພາບຄວາມເປັນຈີງ.

7) ເປັນນັກສົ່ງເສີມ, ວາງແຜນແຜນພັດທະນາທຸລະກິດ.

8) ເປັນຜູ້ປະກອບການທຸລະກິດທີ່ມີປະສິດທິພາບສູງຮູ້ວິທີການຫມູນໃຊ້ຂໍ້ມູນຂ່າວສານເຂົ້າໃນການວາງແຜນຍຸດທະສາດຂອງທຸລະກິດໄດ້ຢ່າງຖືກຕ້ອງ.

ໄລຍະເວລາການຮຽນ

ໄລຍະເວລາຮຽນທັງໝົດ 2 ປີ ແລະຮັບນັກສຶກສາທັງໝົດປະມານ 20 ຄົນຕໍ່ປີ, ໄລຍະເວລາເລີ່ມຮຽນ ເດືອນຕຸລາ ຂອງທຸກໆປີ, ຮຽນ ວັນເສົາ-ອາທິດ.

ເງື່ອນໄຂຂອງຜູ້ເຂົ້າສຶກສາ

ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມະຫາວິທະຍາໄລສຸພານຸວົງ ຈະຮັບນັກສຶກສາເຂົ້າຮຽນ ໂດຍມີເງື່ອນໄຂ ດັ່ງນີ້:

1) ຕ້ອງເປັນຜູ້ທີ່ມີຄຸນສົມບັດດີ, ບໍ່ຖືກປະຕິບັດວິໄນມາກ່ອນ, ມີຊີວະປະຫວັດຈະແຈ້ງ (ລາຍງານຕາມສະພາບຄວາມເປັນຈິງ).

2) ຕ້ອງເປັນຜູ້ທີ່ມີສຸຂະພາບແຂງແຮງດີ, ມີຄວາມອົດທົນ ຂະຫຍັນຫມັ່ນພຽນ, ສະຫງວນມັກ ແລະ ຮັກວິຊາທີ່ຕົນເອງສຶກສາ.

3) ຕ້ອງເປັນຜູ້ສໍາເລັດການຮຽນລະດັບຊັ້ນສູງ ຫລື ທຽບເທົ່າຊັ້ນສູງ ໃນສາຂາວິຊາສະເພາະບໍລິຫານທຸລະກິດ, ການບໍລິຫານ ຫລື ສາຂາວິຊາທີ່ກ່ຽວຂ້ອງ ໂດຍມີຄະແນນສະສົມສະເລ່ຍ 2.5 ຂຶ້ນໄປ (CGPA ≥ 2.5).

4) ເປັນຜູ້ທີ່ມີປະສົບການເຮັດວຽກຢ່າງຫນ້ອຍ 2 ປີຂຶ້ນໄປ.

ເນື້ອໃນໂຄງສ້າງຫຼັກສູດ

📋

ຈໍານວນໜ່ວຍກິດທັງໝົດ

ລ/ດ ໝວດວິຊາ ຈໍານວນວິຊາ ໜ່ວຍກິດ
1 ໝວດວິຊາຄວາມຮູ້ທົ່ວໄປ 5 10 ໜ່ວຍກິດ
2 ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ 7 21 ໜ່ວຍກິດ
3 ໝວດວິຊາສະເພາະ 12 39 ໜ່ວຍກິດ
3.1 ຮຽນຕົວຈິງ 11 33 ໜ່ວຍກິດ
3.2 ຂຽນ ແລະ ປ້ອງກັນບົດໂຄງການຈົບຊັ້ນ 1 6 ໜ່ວຍກິດ
4 ໝວດວິຊາເລືອກ 1 2 ໜ່ວຍກິດ
ລວມທັງໝົດ 25 ວິຊາ 72 ໜ່ວຍກິດ
ພາກຮຽນ 1

ປີທີ I — ພາກຮຽນ I

ລ/ດ ລະຫັດວິຊາ ລາຍວິຊາ ໜ່ວຍກິດ ຊົ່ວໂມງສອນ ລວມຊົ່ວໂມງສອນ
ທິດສະດີ (X) ປະຕິບັດ (Y) ດ້ວຍຕົນເອງ (Z) ຕໍ່ອາທິດ ຕໍ່ເດືອນ ພາກຮຽນ
13406 1111ການເມືອງ220462496
23406 1112ຄອມພິວເຕີ220462496
33406 1113ພາສາອັງກິດທຸລະກິດ 1202462496
43406 2111ຫຼັກເສດຖະສາດ3225936144
53406 2112ຫຼັກການບໍລິຫານ3225936144
63406 2113ຫຼັກການບັນຊີ3225936144
73406 2114ຫຼັກການຕະຫຼາດ3225936144
ລວມ 1812103254216864
7
ວິຊາ
18
ໜ່ວຍກິດ
216
ຊົ່ວໂມງ/ເດືອນ
864
ຊົ່ວໂມງ/ພາກ
ພາກຮຽນ 2

ປີທີ I — ພາກຮຽນ II

ລ/ດ ລະຫັດວິຊາ ລາຍວິຊາ ໜ່ວຍກິດ ຊົ່ວໂມງສອນ ລວມຊົ່ວໂມງສອນ
ທິດສະດີ (X) ສໍາມະນາ (Y) ກິດຈະກໍາ (Z) ຕໍ່ອາທິດ ຕໍ່ເດືອນ ພາກຮຽນ
13406 1124ພາສາອັງກິດທຸລະກິດ 2202462496
23406 1125ສະຖິຕິພື້ນຖານ202462496
33406 2125ຫລັກການລົງທຶນ3225936144
43406 2124ຈັນຍາບັນທາງທຸລະກິດ3225936144
53406 2125ຄວາມເປັນຜູ້ປະກອບການ3225936144
63406 3121ບັນຊີບໍລິຫານ3225936144
73406 3122ການບໍລິຫານຂໍ້ມູນຂ່າວສານ3225936144
ລວມ 1910143357228912
7
ວິຊາ
19
ໜ່ວຍກິດ
228
ຊົ່ວໂມງ/ເດືອນ
912
ຊົ່ວໂມງ/ພາກ
ພາກຮຽນ 3

ປີທີ II — ພາກຮຽນ I

ລ/ດ ລະຫັດວິຊາ ລາຍວິຊາ ໜ່ວຍກິດ ຊົ່ວໂມງສອນ ລວມຊົ່ວໂມງສອນ
ທິດສະດີ (X) ສໍາມະນາ (Y) ກິດຈະກໍາ (Z) ຕໍ່ອາທິດ ຕໍ່ເດືອນ ພາກຮຽນ
13406 3213ການບໍລິຫານການເງິນ3225936144
23406 3214ການບໍລິຫານການຜະລິດ ແລະ ການປະຕິບັດການ3225936144
33406 3215ການບໍລິຫານການຕະຫລາດ3225936144
43406 3216ການບໍລິຫານທຸລະກິດຂະໜາດນ້ອຍ3225936144
53406 3217ການບໍລິຫານໂລຈິສຕິກ3225936144
63406 3218ການບໍລິຫານໂຄງການ3225936144
📌 ໂຄງການທັດສະນະສຶກສາ
ລວມ 1812123054216864
6
ວິຊາ
18
ໜ່ວຍກິດ
216
ຊົ່ວໂມງ/ເດືອນ
864
ຊົ່ວໂມງ/ພາກ
ພາກຮຽນ 4

ປີທີ II — ພາກຮຽນ II

ລ/ດ ລະຫັດວິຊາ ລາຍວິຊາ ໜ່ວຍກິດ ຊົ່ວໂມງສອນ ລວມຊົ່ວໂມງສອນ
ທິດສະດີ (X) ສໍາມະນາ (Y) ກິດຈະກໍາ (Z) ຕໍ່ອາທິດ ຕໍ່ເດືອນ ພາກຮຽນ
13406 3229ບໍລິຫານຊັບພະຍາກອນມະນຸດ3225936144
23406 32210ການບໍລິຫານຍຸດທະສາດ3225936144
33406 32211ວິທີວິໄຈທາງທຸລະກິດ3225936144
43406 4221ສໍາມະນາທາງທຸລະກິດ220462496
3406 32212ຂຽນ ແລະ ປ້ອງກັນບົດໂຄງການຈົບຊັ້ນ604141872288
ລວມ 178103351204816
5
ວິຊາ
17
ໜ່ວຍກິດ
204
ຊົ່ວໂມງ/ເດືອນ
816
ຊົ່ວໂມງ/ພາກ

ດາວໂຫລດເອກະສານທີ່ກ່ຽວຂ້ອງ

ຂໍ້ມູນຕິດຕໍ່ພົວພັນ

ສະຖານທີ່ຕັ້ງ: ຄະນະເສດຖະສາດ ແລະ ການທ່ອງທ່ຽວ, ມະຫາວິທະຍາໄລສຸພານຸວົງ, ຖະໜົນເລກທີ 13 ເໜືອ ນະຄອນຫຼວງພະບາງ.

ຊ່ອງທາງ Socials